1 ປີຜ່ານມາ (2017), ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ເພື່ອແກ້ໄຂພາກສ່ວນທີ່ລະເມີດລະບຽບກົດໝາຍໄດ້ 70 ພາກສ່ວນ.

ໃນວາລະການດຳເນີນກອງປະຊຸມສະຫຼຸບວຽກງານ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018, ຂອງກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໃນອາທິດຜ່ານມາ, ໂດຍການເປັນປະທານຂອງທ່ານ ພັທ ບໍ່ເພັດ ທອງສະຫວັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ພັທ ທອງພັນ ພູມສະກອນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ກ່າວວ່າ: 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳ-ນຳພາຂົງເຂດວຽກງານວິຊາສະເພາະເຄື່ອນໄຫວກວດກາລາດຕະເວນຕາມຂອບເຂດສິດໜ້າທີ່ຂອງຕົນຮັບຜິດຊອບໄດ້ ທັງໝົດ 137 ຄັ້ງ, ສາມາດພົບເຫັນພາກສ່ວນລະເມີດລະບຽບກົດໝາຍຈຳນວນ 70 ພາກສ່ວນ, ມີຕ້ອງຫາ 90 ຄົນ ຍິງ 22 ຄົນ, ມີຜູ້ຖືກຫາ 45 ຄົນ ຍິງ 3 ຄົນ, ຄະດີຢາເສບຕິດ 28 ເລື່ອງ, ຜູ້ຖືກຫາ 38 ຄົນ ຍິງ 3 ຄົນ, ຄະດີລັກຊັບພົນລະເມືອງ 6 ເລື່ອງ, ຜູ້ຖືກຫາ 6 ຄົນ, ຄະດີປະເພດ ໄມ້ດູ່ 1 ເລື່ອງ, ຜູ້ຖືກຫາ 1 ຄົນ, ເຄື່ອງຂອງກາງມີ: ໄມ້ດູ່ 22 ທ່ອນ, ລົດໃຫ່ຍ 4 ຄັນ, ລົດຈັກ 19 ຄັນ, ຢາບ້າ 27.840 ເມັດ, ເຮໂລອິນ 8 ຫຼອດນ້ອຍ, ສົ່ງໃຫ້ຫ້ອງສັນຕິບານດຳເນີນຈຳນວນ 3 ເລື່ອງ, ຜູ້ຖືກຫາ 13 ຄົນ. ໃນນີ້, ຄະດີມີອາວຸດໄວ້ໃນຄອບຄອງ 1 ເລື່ອງ, ລັກຊັບຂອງພົນລະເມືອງ 1 ເລື່ອງ ແລະ ຄະດີຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ 1 ເລື່ອງ, ສຶກສາອົບຮົມກ່າວເຕືອນ ຢູ່ກັບທີ່ຈຳນວນ 36 ເລື່ອງ, ມີ 129 ຄົນ ເດັ່ນກວ່າໝູ່ແມ່ນພາກສ່ວນດັດແປງແກ້ໄຂສະພາບເຕັກນິກລົດຈັກ, ທ່ຽວເດິກກາຍໂມງເວລາ, ອາລະວາດຄອບຄົວ ແລະ ອື່ນໆ.

ພັທ ບໍ່ເພັດ ທອງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ ແລະ ພະນັກງານ-ນັກຮົບ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ສາມາດປະກອບສ່ວນແກ້ໄຂ, ມ້າງຄະດີຫຼາຍເລື່ອງ, ຮູ້ຈຳແນກມິດ ແລະ ສັດຕູ ຢ່າງຈະແຈ້ງ, ກຳແໜ້ນຈຸດພິເສດຂອງສັດຕູ ແລະ ກຸ່ມຄົນບໍ່ດີທີ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ ກໍ່ຄວາມວຸ້ນວາຍຂອງບ້ານເມືອງ ລວມທັງວຽກງານການປ້ອງກັນ, ກອງປະຊຸມ, ແຂກການນຳ ແລະ ອື່ນໆຢ່າງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%.