ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດກອງປະຊຸມສ້າງແຜນກໍານົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ ໃນລະຫວ່າງວັນທີ 14-15 ມີນາ 2022, ເປັນປະທານໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ເຂົ້າຮ່ວມມີ ພັອ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຫົວໜ້າກົມຈັດຕັ້ງພະນັກງານ, ມີຄະນະພັກ-ຄະນະກົມ, ພະແນກ, ຄ້າຍ, ຄະນະຮັບຜິດຊອບ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

+ ພົຈວ ສົມລິດ ດາວຮຸ່ງສຸລິ ກ່າວວ່າ:

ແຜນກໍານົດພະນັກງານ ແມ່ນຂະບວນວິວັດແຫ່ງການສ້າງແຫຼ່ງພະນັກງານ ທັງໃນປະຈຸບັນ ແລະ ອານາຄົດ; ເນື້ອແທ້ຂອງການສ້າງແຜນກຳນົດພະນັກງານ ແມ່ນເພື່ອຊອກເຫັນ, ບຳລຸງສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຄົບມາດຖານເງື່ອນໄຂຢູ່ຕໍາແໜ່ງງານຂັ້ນນໍາພາ-ບັນຊາ ຕາມເປົ້າໝາຍແຜນການໄລຍະຍາວ.

ດັ່ງນັ້ນ, ວຽກສ້າງແຜນກຳນົດພະນັກງານ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ, ສາມາດເວົ້າໄດ້ວ່າ: ວຽກງານພະນັກງານແມ່ນມີບົດບາດສໍາຄັນ ແລະ ເປັນປັດໃຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ ເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ທີ່ພັກປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງນໍາພາ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ໂດຍເຫັນໄດ້ຄວາມໝາຍສຳຄັນດັ່ງກ່າວ, ຕະຫຼອດໄລຍະທີ່ຜ່ານມາ ກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ສົມທົບກັບ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ຄົ້ນຄວ້າກຳນົດເປົ້າໝາຍພະນັກງານ ເພື່ອຈັດວາງສັບຊ້ອນເຂົ້າໃສ່ຕຳແໜ່ງງານຂັ້ນກະຊວງຄຸ້ມຄອງ ຢູ່ກົມຕຳຫຼວດຄຸມຂັງ-ດັດສ້າງພວກເຮົາ ປະສົບຜົນສຳເລັດ ໂດຍສະເພາະແມ່ນ ການຄົ້ນຄວ້າກະກຽມບຸກຄະລາກອນໃຫ້ແກ່ ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ອັນໄດ້ປະກອບສ່ວນສຳຄັນໃຫ້ແກ່ການປັບປຸງພາຍໃນພັກມີຄວາມໜັກແໜ້ນ, ເຂັ້ມແຂງ, ຍົກສູງຄວາມສາມາດນຳພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນປະກອບເຂົ້າໃນຄະນະພັກແຕ່ລະຂັ້ນ ຖືກຕ້ອງຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງຄຸ້ມຄອງຂອງ ກະຊວງປ້ອງກັນຄວາມສະຫງົບ ຢູ່ກົມຕຳຫຼວດຄຸມຂັງ-ດັດສ້າງ ໃນຄັ້ງນີ້ ໄດ້ມີການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ເພື່ອເຮັດໜ້າທີ່ໃນການກະກຽມດ້ານຕ່າງໆ ບົນພື້ນຖານການປະສານສົມທົບກັບ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ແນໃສ່ເຮັດໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ ດຳເນີນໄປຖືກຕ້ອງຕາມທິດນຳ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກຳນົດໃນມະຕິເລກທີ 38, 39 ຂອງຄະນະບໍລິຫານງານພັກກະຊວງ ກໍຄື ຄໍາແນະນໍາຂອງ ກົມໃຫຍ່ການເມືອງ ປກສ ສະບັບເລກທີ 3534/ກມປສ.

ໃນກອງປະຊຸມ, ຍັງໄດ້ຮັບຟັງການເຜີຍແຜ່ເອກະສານມະຕິຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ເລກທີ 39/ຄພ ປກສ ວ່າດ້ວຍ ການຂຶ້ນແຜນກໍານົດພະນັກງານນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ. ຫຼັງຈາກນັ້ນ, ກໍໄດ້ຈັດຕັ້ງປ່ອນບັດທາບທາມ 3 ຮອບ ເຊິ່ງໄດ້ທາບທາມຕໍາແໜ່ງຂັ້ນຮອງ-ຫົວໜ້າຄ້າຍ, ຮອງ-ຫົວພະແນກ ແລະ ຂັ້ນຕໍາແໜ່ງຮອງ-ຫົວໜ້າກົມ ເລືອກເອົານາຍຕໍາຫຼວດທີ່ມີຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ຊີ້ນໍາ-ນໍາພາກໍາລັງປ້ອງກັນຄວາມສະຫງົບ ກໍຄື ກົມຄຸມຂັງ-ດັດສ້າງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.