ກອງບັນຊາການ ປກສ ແຂວງເຊກອງ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ໃນວັນທີ 11 ມີນາ 2022, ເຂົ້າຮ່ວມໂດຍ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, 7 ຫ້ອງ, 1 ກອງພັນ, 1 ຄ້າຍ, ແລະ 4 ກອງກໍ່ສ້າງຮາກຖານການເມືອງ, ພ້ອມດ້ວຍພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ພອນວິຈິດ ກີບເກສອນ ຮອງຫົວໜ້າຫ້ອງການເມືອງກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງເຊກອງ. ໃນນັ້ນ, ໄດ້ເລື່ອນຊັ້ນພັຕ ຂຶ້ນຊັ້ນ ພັທ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັຕ 5 ສະຫາຍ ຍິງ 2 ສະຫາຍ, ຮທ ຂຶ້ນ ຮອ 14 ສະຫາຍ.

ໃນໂອກາດນີ້, ພົຈວ ສົມໄຊ ພູລະຄໍາມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ແລະ ເນັ້ນໃຫ້ຮັກສາມູນເຊື້ອຄວາມດຸໝັ້ນໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ມີຄວາມຈົງຮັກພັກດີ ຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມ ສະຫງົບ ແລະ ເພື່ອນມິດສະຫາຍ, ພ້ອມກັນສືບຕໍ່ເຮັດວຽກງານວິຊາ ສະເພາະ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສໍາເລັດ.