ສາຂາວິຊາສະເພາະຄຸມຂັງ-ດັດສ້າງ ໃນວັນທີ 15 ມີນາ 2022 , ເຂົ້າຮ່ວມ ໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິ ຄໍາໄຊ, ພັທ ປະຊັນ ຫຼວງພິທັກ ອໍານວຍການໂຮງຮຽນ ປກສ ຊັ້ນ ຕົ້ນເລກ IV, ແຂກຮັບເຊີນ, ຄະນະອໍານວຍການ, ພະນັກງານ ຄູ-ອາຈານ ແລະ ນັກຮຽນຮຸ່ນທີ X ເຂົ້າຮ່ວມ.

ພັທ ປະຊັນ ຫຼວງພິທັກ ກ່າວໄຂຊຸດຮຽນ ແລະ ຜ່ານແຜນໂຄງການຫຼັກສູດການຮຽນ-ການສອນ, ໂດຍປະຕິບັດຕາມຂໍ້ຕົກລົງຂອງກົມໃຫ່ຍການເມືອງກະຊວງປ້ອງກັນຄວາມສະຫງົບ, ວ່າດ້ວຍການອະນຸດມັດເປີດຊຸດຮຽນໃຫ້ນັກຮຽນ ຮຸ່ນທີ X ສາຂາວິຊາຄຸມຂັງ-ດັດສ້າງ ສົກປີ 2022, ທັງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະ ພັກ ປກສ ແຂວງບໍລິຄໍາໄຊ.ໃນ ນັ້ນ ນັກຮຽນ ຮຸ່ນທີ X ຕາມຕົວເລກອະນຸ ມັດເຂົ້າຮຽນວິຊາສະ ເພາະປ້ອງກັນຄວາມສະຫງົບ ສາຂາວິຊາຄຸມຂັງ-ດັດສ້າງ ລະດັບຊົ້ນຕົ້ນ ມີທັງໝົດ 150 ສະຫາຍ ຍິງ 22 ສະຫາຍ ທີ່ມາຈາກຂອບ ເຂດທົ່ວປະເທດ, ຕາມຫຼັກສູດວິຊາສະເພາະຊັ້ນຕົ້ນ ຄຸມຂັງ-ດັດສ້າງ ໄດ້ກໍານົດຫຼັກສູດການຮຽນ, ໝວດວິຊາ, ການຮຽນ-ການສອນ, ໄລຍະ 1 ປີ ເທົ່າກັບ 2.555 ຊົ່ວໂມງ. ການກໍານົດຫົວໜ່ວຍວັດແທກການຮຽນ-ການ ສອນ ແມ່ນໄດ້ກໍານົດເອົາຊົ່ວໂມງຮຽນຕົວຈິງເປັນຫົວໜ່ວຍວັດ ແທກ. ໝວດວິຊາໃນຫຼັກສູດປະກອບມີ 3 ໝວດວິຊາ ຄື: ໝວດ ວິຊາຄວາມຮູ້ທົ່ວໄປ 3 ວິຊາ, 140 ຊົ່ວໂມງ, ໝວດວິຊາພື້ນຖານວິຊາສະເພາະ ມີ 10 ວິຊາ, ໃຊ້ເວລາຮຽນ 525 ຊົ່ວໂມງ, ໝວດວິຊາສະເພາະຂະແໜງການ 25 ວິຊາ, ໃຊ້ເວລາຮຽນ 1.057 ຊົ່ວໂມງ. ໃນນັ້ນ, ຮຽນຕົວຈິງ 114 ວັນ, 798 ຊົ່ວໂມງ, ການລົງຝືກ ງານຢູ່ບັນດາກົມກອງ, ປກສ ເມືອງ ກໍານົດເວລາ 22 ວັນ, 154 ຊົ່ວ ໂມງ, ຄົ້ນຄວ້າ ແລະ ສອບເສັງຈົບ ຊັ້ນ 15 ວັນ, 105 ຊົ່ວໂມງ. ເຊິ່ງ ມາຮອດປະຈຸບັນແມ່ນໄດ້ດໍາເນີນການຮຽນ-ການສອນຫຼັກສູດມວຍຫັດກາຍປະສົມ 25, 38 ຈັງຫວະ ແລະ ໄດ້ສອບເສັງສໍາ ເລັດແລ້ວ 100%. ປັດຈຸບັນ, ແມ່ນພວມດໍາເນີນການຮຽນ-ການສອນວິຊາງົດງາມ.ຈາກນັ້ນ, ກໍຈະໄດ້ສືບຕໍ່ຮຽນໝວດວິຊາອື່ນໆຕາມຫຼັກສູດໂຄງການ, ແຜນການຮຽນ-ການສອນຂອງໂຮງຮຽນໃຫ້ສໍາ ເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

ໃນພິທີ ພັອ ກົງຈັນ ໄຊປັນຍາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການສືບຕໍ່ເຮັດວຽກງານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານຄູ-ອາຈານ ແລະ ນັກຮຽນຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງຄຸນນະພາບສະມາຊິກພັກ, ພະນັກງານ-ນັກຮົບ, ຄຸນນະພາບຂອງຄູ-ອາຈານ, ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີເຕັກນິກ, ວິທະຍາສາດ ແລະ ມີຫຼາຍວິທີການໃນການສິດສອນ, ຖ່າຍຖອດຄວາມຮູ້, ກໍາໃຫ້ໄດ້ກົດໝາຍ, ລະບຽບຫຼັກການ ແລະ ວິຊາສະເພາະເພື່ອນໍາມາຖ່າຍຖອດ, ສິດສອນໃຫ້ນັກຮຽນ, ນໍາເອົາບັນດາມະຕິ, ຄໍາສັ່ງ, ເອກະສານທີ່ສໍາຄັນຕ່າງໆຂອງຂັ້ນເທິງມາເຜີຍແຜ່ໃຫ້ພະນັກງານ, ຄູ-ອາ ຈານ ແລະ ນັກຮຽນ ໃຫ້ເຂົ້າ ໃຈຕໍແນວທາງນະໂຍບາຍຂອງ ພັກ, ເຄົາລົບລະບຽບກົດໝາຍ ຂອງລັດ, ຄຽງຄູ່ກັບການປັບປຸງລະບຽບວິໃນຂອງໂຮງຮຽນໃຫ້ເຂັ້ມງວດ.

ພ້ອມນັ້ນ,ທ່ານຍັງໄດ້ເນັ້ນໜັໃຫ້ບັນດານັກຮຽນ ຈົ່ງເອົາໃຈໃສ່ຝືກຝົນຫຼ່ໍຫຼອມຕົນເອງໃຫ້ມີຄຸນສົມບັດ, ມີລະບຽບວິໃນ, ຕັ້ງໜ້າສຶກສາຮໍ່າຮຽນ, ຄົ້ນຄວ້າບົດຮຽນທີ່ທາງຄູ-ອາຈານສິດສອນ, ຖ່າຍທອດກໍາໃຫ້ໄດ້ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ເວລາຈົບອອກໄປກໍສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງ ແລະ ສາມາດເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງຕາມການມອບໝາຍໃຫ້.