ວັນທີ 16 ມີນາ 2022, ກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ລົງເຄື່ອນໄຫວເປີດຂະບວນການວຽກງານກໍ່ສ້າງຮາກ ຖານການເມືອງ ເພື່ອຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສ້າງບ້ານ-ຄອບຄົວປ້ອງກັນຄວາມສະຫງົບດີ ຢູ່ 2 ກຸ່ມບ້ານ ຄື: ກຸ່ມປາກງື່ມ ເປີດຢູ່ບ້ານໜອງຂຽດ ແລະ ກຸ່ມນາຝາຍ ເປີດຢູ່ບ້ານສ້າງໃສ, ເຂົ້າຮ່ວມໂດຍ ພັທ ສິງຄຳ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ, ມີຄະນະກອງບັນຊາການ ປກສ ເມືອງ, ປກສ ກຸ່ມ, ພະນັກງານ-ນັກຮົບ, ອຳນາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ພັທ ສິງຄຳ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໄດ້ໃຫ້ຮູ້ວ່າ: ການສ້າງບ້ານ ແລະ ຄອບຄົວປອດຢາເສບຕິດ ກໍຄືການສ້າງຊຸມຊົນ ຫຼື ບ້ານປອດຢາເສບຕິດແມ່ນປະຕິບັດຕາມ 4 ມາດຖານ, 4 ບາດກ້າວ ແລະ 10 ກິດຈະກໍາສໍາຄັນ ໂດຍສະເພາະການເກັບກຳຂໍ້ມູນສະຖິຕິເປົ້າໝາຍພົວພັນຢາເສບຕິດຢູ່ບ້ານຢ່າງລະອຽດ, ຈັດຕັ້ງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ໂດຍເນັ້ນໃສ່ບັນດາກຸ່ມ ເປົ້າໝາຍ, ຈັດຕັ້ງຂະບວນການຕ້ານ ແລະ ສະກັດກັ້ນຢາເສບຕິດດ້ວຍຮູບການຕ່າງໆຢ່າງແຂງແຮງ ແລະ ຕິດຕາມກວດກາໃຫ້ຄຳປຶກສາຫາທາງອອກໃຫ້ກຸ່ມສ່ຽງ ແລະ ຜູ້ຕິດຢາເສບຕິດ. ໄປພ້ອມກັບການເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການສ້າງບ້ານ-ຄອບຄົວປ້ອງກັນຄວາມສະຫງົບດີທົ່ວ ເມືອງປາກງື່ມ, ເຊິ່ງມີທັງໝົດ 53 ບ້ານ, ມີ 6 ກຸ່ມບ້ານ, ມາຮອດປັດຈຸບັນສາມາດເປີດຂະບວນການດັ່ງກ່າວສໍາເລັດແລ້ວ 8 ບ້ານ ແລະ ຈະຍັງສືບຕໍ່ຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງປາກງື່ມ ໃຫ້ບັນລຸຄາດໝາຍທີ່ຂັ້ນ ເທິງວາງອອກ, ດ້ວຍການຈັດຕັ້ງວຽກງານແກ້ໄຂບັນຫາຢາເສບຕິດຢູ່ຂັ້ນກຸ່ມ ກໍຄືບ້ານໃຫ້ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ.

ສຳລັບການລົງຈັດຕັ້ງປະຕິ ບັດຕົວຈິງຢູ່ແຕ່ລະກຸ່ມບ້ານ, ຄະນະຮັບຜິດຊອບຈະໄດ້ນໍາພາອຳ ນາດການປົກຄອງ ເຮັດຕົວຈິງຢູ່ ແຕ່ລະບ້ານຊອກໃຫ້ເຫັນຄອບ ຄົວ, ບ້ານຕົວແບບທີ່ດີ ແລະ ຕິດຕາມກຸ່ມເປົ້າໝາຍທີ່ພົວພັນຢາເສບຕິດທີ່ຈະຕ້ອງໄດ້ແກ້ໄຂໃຫ້ໄດ້ໂດຍເດັດຂາດ ເພື່ອສ້າງບ້ານປອດຢາເສບ ຕິດ, ເກັບກໍາຂໍ້ມູນສໍາມະໂນຄົວ ແລະ ການເໜັງຕີງຂອງພົນລະເມືອງ, ຂໍ້ມູນເປົ້າໝາຍປະເພດຕ່າງໆ, ປັບປຸງໜ່ວຍ 10-15 ຫຼັງຄາເຮືອນ, ປັບປຸງໜ່ວຍປ້ອງກັນຄວາມສະຫງົບບ້ານ, ປະເມີນມາດຕະຖານພົ້ນທຸກ-ພັດທະນາ 3 ສ້າງ ແລະ ສັງລວມຕີລາຄາປະເມີນຜົນ; ສຳລັບເປົ້າໝາຍທີ່ເຄື່ອນ ໄຫວຄ້າຂາຍ, ເສບຢາເສບຕິດ ເຈົ້າໜ້າທີ່ ປກສ ກຸ່ມສົມທົບກັບອຳນາດການປົກຄອງບ້ານສຶກສາອົບຮົມໃຫ້ຢຸດເຊົາ ພ້ອມທັງເຮັດບົດບັນທຶກກ່າວເຕືອນ.