ສະຫະພັນແມ່ຍິງ ກົມສື່ສານ ກະຊວງ ປກສ ສະຫຼຸບວຽກງານປະຈໍາປີ 2021 ແລະ ວາງທິດທິດທາງແຜນການ ປີ 2022 ໃນວັນທີ 17 ກຸມພາ 2022, ເຂົ້າຮ່ວມໂດຍ ພັອ ແສງປະເສດ ສຸທໍາມະວົງ ຫົວໜ້າກົມສື່ສານ, ມີ ພັທ ນາງ ຄໍາປຸ່ນ ຈູມມະນີ ປະທານສະຫະພັນແມ່ຍິງ ກົມສື່ສານ, ມີຮອງປະທານສະຫະພັນແມ່ຍິງ, ໜ່ວຍແມ່ຍິງ, ແຂກຮັບເຊີນ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັອ ແສງປະເສດ ສຸທໍາມະວົງ ຫົວໜ້າກົມສື່ສານ

+ ພັທ ນາງ ຄໍາປຸ່ນ ຈູມມະນີ ກ່າວວ່າ:

ໃນໄລຍະ 1 ປີຜ່ານມາ, ຄະນະສະຫະພັນແມ່ຍິງ ກົມສື່ສານ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ດ້ວຍຄວາມຫ້າວຫັນ ແລະ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ປັບປຸງການຈັດຕັ້ງຂອງຕົນຖືກຕ້ອງຕາມລະບຽບຂອງ ສູນກາງສະຫະພັນແມ່ຍິງລາວ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະໜ່ວຍ, ໄດ້ຄົ້ນຄວ້ານິຕິກໍາເພື່ອເປັນບ່ອນອີງໃນການເຄື່ອນໄຫວ, ໄດ້ປຸກລະດົມສະມາຊິກແມ່ຍິງ ເຂົ້າຮ່ວມປະຕິບັດວຽກງານວິຊາສະເພາະ ແລະ ຂະບວນການຕ່າງໆ ເຊັ່ນ:

ຊຸກຍູ້ເອື້ອຍ-ນ້ອງແມ່ຍິງຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະ ປະຕິບັດລະບອບປະຈໍາການ ຕະຫຼອດ 24 ຊົ່ວໂມງ, ຮັບປະກັນໄດ້ດ້ານຂໍ້ມູນຂ່າວສານແຕ່ສູນກາງລົງທ້ອງຖິ່ນ, ແຕ່ທ້ອງຖິ່ນຂຶ້ນສູ່ສູນກາງ, ໄດ້ທັນເວລາປະຕິບັດຖືກຕ້ອງຕາມພາລະບົດບາດຂອງວິຊາສະເພາະສື່ສານ ໄດ້ເປັນຢ່າງດີ, ຮັບປະກັນຄວາມລັບ, ວ່ອງໄວ, ທັນເວລາ ແລະ ທັນສະໄໝ.

ທິດ​ທາງ​ແຜນການ​ຕໍ່ໜ້າ ຈະ​ສືບຕໍ່ຊຸກຍູ້​ ສະຫະພັນ​ແມ່ຍິງ​ແຕ່ລະໜ່ວຍ​ ເອົາ​ໃຈ​ໃສ່​ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ຍົກ​ສູງ​ພາລະ​ບົດບາດ​ການ​ນຳພາ ແກ້​ໄຂ​ບັນຫາ​ປະກົດ​ການ​ຍໍ້​ທໍ້ ຢູ່​ພາຍ​ໃນໜ່ວຍ​ແມ່ຍິງ​ຂອງ​ຕົນ​ໃຫ້​ຂາດ​ຕົວ ​ໂດຍ​ຖື​ເອົາ​ການ​ຮ່ວມ​ຊີວິດ​ພາຍ​ໃນ​ແມ່ຍິງ​ແຕ່ລະ​ເດືອນ​ໃຫ້​ປົກກະຕິ, ສືບຕໍ່ສຶກສາ​ອົບຮົມ​ການ​ເມືອງ-ນຳພາ​ແນວ​ຄິດ ​ໃຫ້​ສະມາຊິກ​ແມ່ຍິງ​ຢ່າງ​ຕໍ່​ເນື່ອງ​ ໂດຍ​ຕິດ​ພັນ​ກັບ​ການ​ເຂົ້າຮ່ວມ​ເຊື່ອມ​ຊຶມກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ, ລະບຽບຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ກໍຄື​ ການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ຂອງ​ແມ່ຍິງ​ລາວ​ວາງ​ອອກ, ສ້າງ​ບຸກຄົນ 3 ດີ, ໜ່ວຍ 3 ດີ ​ແລະ ສະຫະພັນ​ແມ່ຍິງ 3 ດີ.

ໃນພິທີ ຍັງໄດ້ມອບໃບຍ້ອງຍໍຂອງ ສູນກາງສະຫະພັນແມ່ຍິງລາວ ທີ່ໄດ້ປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ໜ່ວຍແມ່ຍິງທີ່ຂຶ້ນກັບ ສະຫະພັນແມ່ຍິງກົມສື່ສານ ຈໍານວນ 3 ໜ່ວຍ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ຈຳນວນ 36 ສະຫາຍ.