ສະພາບການໃຊ້ລົດ-ໃຊ້ຖະໜົນຂອງພໍ່-ແມ່ປະຊາຊົນຈໍານວນໜຶ່ງ ຍັງບໍ່ທັນຖືກຕ້ອງຕາມລະບຽບກົດໝາຍທີ່ວາງອອກ ຍັງມີການລະເມີດຫຼາຍຮູບ ການ ດ້ວຍເຫດນີ້ເອງໃນເດືອນກຸມພາ 2022 ທີ່ຜ່ານມາ, ຈຶ່ງເຮັດໃຫ້ມີອຸບັດຕິເຫດເກີດຂຶ້ນ ແລະ ມີຜູ້ເສຍຊີວິດເຖິງ 107 ຄົນ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເປີດເຜີຍວ່າ: ສະພາບການສັນຈອນພາຍໃນເດືອນກຸມພາ 2022 ໃນຂອບເຂດ ທົ່ວປະເທດສໍານັກງານ, ໂຮງຈັກ, ໂຮງງານ, ສະຖາບັນການສຶກສາຕ່າງໆ ກໍຫັນເຂົ້າສູ່ສະພາບປົກກະຕິ, ດ້ວຍເຫດນີ້ເອງ ເຮັດໃຫ້ສະພາບການສັນຈອນຢູ່ໃນຕົວເມືອງໃຫຍ່ເກີດມີສະພາບລົດຕິດໃນຍາມໄປການ-ເລີກການ. ຄຽງຄູ່ກັນນີ້, ໃນເດືອນດັ່ງກ່າວ ກໍມີສະພາບຝົນຕົກແຮງ ເຮັດໃຫ້ມີນໍ້າເຊະ ເຈື່ອນ, ຕັດຂົວ, ທາງຂ້າມ ເຮັດໃຫ້ສະພາບການສັນຈອນໄປ-ມາ ລະຫວ່າງແຂວງຕໍ່ແຂວງ, ເມືອງ, ບ້ານທີ່ເສັ້ນທາງທີ່ຖືກຕັດຂາດພົບຄວາມຫຍຸ້ງ ຍາກພໍສົມຄວນ.

ສໍາລັບຢູ່ນະຄອນຫຼວງວຽງຈັນ ແຕ່ວັນຈັນເຖິງວັນສຸກ ໃນໂມງໄປການ-ເລີກການ ເສັ້ນທາງທີ່ສໍາຄັນແມ່ນເກີດມີສະພາບການສັນຈອນຕິດຂັດ ໂດຍສະເພາະແມ່ນເສັ້ນທາງໄກສອນ, ເສັ້ນທາງຫົວຂົວ-ວັງຊາຍ, ເສັ້ນທາງໂພນຕ້ອງ, ຄູວຽງ, ໜອງບອນ, ດົງປາແຫຼບ, ເສັ້ນທາງອາ ຊຽນ ແລະ ເສັ້ນທາງອື່ນໆ. ທ່າມການສະ ພາບການສັນຈອນ ບໍ່ຄ່ອຍເອື້ອຍອໍານວຍຄວາມສະດວກປານໃດ, ແຕ່ກໍຍັງມີຜູ້ຂັບຂີ່ຈໍານວນບໍ່ໜ້ອຍຍັງລະເມີດກົດລະບຽບການສັນຈອນທີ່ວາງອອກ ເຮັດໃຫ້ເດືອນດັ່ງກ່າວ ມີອຸບັດຕິເຫດເກີດ ຂຶ້ນທັງໝົດ 649 ຄັ້ງ, ພາຫະນະເປ່ເພ ເລັກໜ້ອຍ 578 ຄັນ, ສົມຄວນ 624 ຄັນ, ໃຊ້ການບໍ່ໄດ້ 35 ຄັນ, ຄົນໄດ້ຮັບ ບາດເຈັບເລັກໜ້ອຍ 511 ຄົນ, ສົມຄວນ 427 ຄົນ, ສາຫັດ 133 ຄົນ ແລະ ເສຍ ຊີວິດ 107 ຄົນ.

ໃນນີ້, ນະຄອນຫຼວງວຽງຈັນ ເສຍ ຊີວິດ 19 ຄົນ, ສະຫວັນນະເຂດ 15 ຄົນ, ຈໍາປາສັກ 11 ຄົນ, ອຸດົມໄຊ 10 ຄົນ, ອັດຕະປື 9 ຄົນ, ໄຊຍະບູລີ 7 ຄົນ, ຫຼວງນໍ້າທາ, ວຽງຈັນ ແລະ ແຂວງເຊກອງ ແຂວງລະ 6 ຄົນ, ບໍລິຄໍາໄຊ 4 ຄົນ, ສາ ລະວັນ 3 ຄົນ, ຄໍາມ່ວນ ແລະ ຊຽງຂວາງ ແຂວງລະ 2 ຄົນ, ບໍ່ແກ້ວ 1 ຄົນ, ສ່ວນ ແຂວງຜົ້ງສາລີ, ຫົວພັນ ແລະ ແຂວງໄຊສົມບູນ ບໍ່ມີຄົນເສຍຊີວິດ. ສາເຫດ ເກີດຈາກດື່ມສິ່ງມຶນເມົາ, ຂັບຂີ່ລົດໄວຂັບຂີ່ລົດບໍ່ຮັບປະກັນຄວາມປອດໄພ ແລະ ອື່ນໆ.

ເຈົ້າໜ້າທີ່ໃຫ້ຂໍ້ມູນຕື່ມວ່າ: ການສະກັດກັ້ນ ແລະ ແກ້ໄຂອຸບັດຕິເຫດໃນຂອບເຂດທົ່ວປະເທດ ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງກໍໄດ້ສຸມໃສ່ໂຄສະນາເຜີຍແຜ່ກົດລະບຽບການສັນຈອນໃຫ້ພໍ່-ແມ່ປະຊາຊົນ ແລະ ຜູ້ຂັບຂີ່ພາຍໃນແຂວງຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການໃຊ້ລົດ-ໃຊ້ຖະໜົນລະບຽບການຂັບຂີ່ຢ່າງກວ້າງຂວາງ, ປະຈໍາຈຸດ, ປະຈໍາປ້ອມ, ປະຈໍາທາງ 3 ແຍກ 4 ແຍກ, ໄຟແດງ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນລະບາຍການສັນຈອນໃນເວລາລົດຕິດອັ່ງອໍ ແລະອື່ນໆ. ຄຽງຄູ່ກັນນີ້, ເຮັດໜ້າທີ່ກວດກາຄວາມເປັນລະບຽບຮຽບຮ້ອຍການສັນຈອນ, ຈັບຄວາມໄວ, ກວດທາດເຫຼົ້າຢູ່ຕາມສາຍທາງໃນກໍລະນີພົບເຫັນຜູ້ທີ່ລະເມີດລະບຽບການສັນຈອນເບື້ອງຕົ້ນແມ່ນສຶກສາອົບຮົມ ແລະ ປັບໃໝໃສ່ລະບຽບທີ່ວາງອອກ.

ຢ່າງໃດກໍດີ, ໃນເດືອນມີນາ 2022 ນີ້, ສະພາບການສັນຈອນ ແລະ ອຸບັດຕິເຫດຍັງສືບຕໍ່ທີ່ຈະເກີດຂຶ້ນຢ່າງຫຼີກລ່ຽງບໍ່ໄດ້, ເຈົ້າໜ້າທີ່ກໍຈະສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍອາດຈະບໍ່ສາມາດແກ້ໄຂບັນຫາການສັນຈອນແອອັດໄດ້ທຸກຢ່າງ; ສະນັ້ນ, ເຈົ້າໜ້າທີ່ຂໍຮຽກ ຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນທຸກຄົນໃນສັງຄົມ ຈົ່ງພ້ອມໃຈກັນຈັດຕັ້ງປະຕິບັດກົດລະບຽບການສັນຈອນທີ່ວາງອອກ ທັງນີ້ກໍເພື່ອຫຼຸດຜ່ອນສະພາບການສັນຈອນແອອັດ ແລະ ອຸບັດຕິເຫດໃຫ້ຫຼຸດລົງ.