ເພື່ອປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍຕຳຫຼວດ ຜູ້ທີມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ ໃນວັນທີ 15 ມີນາ 2022, ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ, ເຂົ້າຮ່ວມໂດຍ ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງ, ຫົວໜ້າ-ຮອງພະແນກ ແລະ ຂັ້ນໜ່ວຍງານ ເຂົ້າຮ່ວມ.

ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ

ພັທ ສໍລິສັກ ທອງມີໄຊ ຮອງຫ້ອງການເມືອງ ປກສ ແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ່ 364/ປກສ, ຂໍ້ຕົກລົງເລກທີ່ 365/ປກສ, ຂໍ້ຕົກລົງເລກທີ່ 366/ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຫົວພັນ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນ ພັທ ຈຳນວນ 5 ສະຫາຍ
  • ຮອ ຂຶ້ນ ພັຕ 3 ສະຫາຍ
  • ຮທ ຂຶ້ນ ຮອ 21 ສະຫາຍ ຍິງ 3 ສະຫາຍ

ໃຫ້ກຽດຂຶ້ນປະດັບຊັ້ນໂດຍ ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ.

ໃນພິທີ ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສໍາຄັນຕໍ່ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນ ໃຫ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ-ນັກຮົບ ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄວາມເຂັ້ມແຂງ, ມີຄວາມສາມັກຄີແໜ້ນແຟ້ນ, ພ້ອມກັນສືບຕໍ່ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ແລະ ແທດເໝາະກັບສະພາບຕົວຈິງ, ມີຈຸດສຸ່ມ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດສູງຂຶ້ນກວ່າເກົ່າ.