ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກົມຕໍາຫຼວດ ຄຸມຂັງ-ດັດສ້າງ, ຄະ ນະພັກ-ຄະນະບັນຊາ ປກສ ແຂວງ, ຄ້າຍຄຸມຂັງ ຕ້ອງເອົາໃຈໃສ່ປັບປຸງພາຍໃນກໍາລັງໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ໂດຍການສຸມໃສ່ກໍ່ສ້າງພະນັກ ງານ-ນັກຮົບຄຸມຂັງ-ດັດສ້າງທາງດ້ານການເມືອງ-ແນວຄິດໃຫ້ມີຄວາມໜັກແໜ້ນ, ມີຄຸນທາດການເມືອງດີ, ມີຈັນຍາບັນ, ເປັນກໍາລັງປະກອບອາວຸດ ຂອງພັກ, ເປັນກໍາລັງຕໍາຫຼວດປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2021 ແລະ ທິດທາງແຜນ ການວຽກງານຈຸດສຸມ ປະຈໍາປີ 2022 ຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ. ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ມີທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ ຕະຫຼອດຮອດ ປກສ ແຂວງ ທີ່ຮັບຜິດຊອບວຽກງານຄຸມຂັງ ວ່າ: ການປັບປຸງພາຍໃນກໍາລັງໃຫ້ມີຄວາມເຂັ້ມແຂງແມ່ນວຽກງານໃຫຍ່ ທີ່ເປັນພື້ນຖານ ແລະ ສໍາຄັນທີ່ສຸດ, ພຶດຕິກໍາຕົວຈິງໄດ້ຊີ້ໃຫ້ພວກເຮົາເຫັນວ່າ ປັດໄຈພາຍໃນ ແມ່ນປັດໄຈສໍາຄັນຕັດສິນຜົນໄດ້ຜົນເສຍໃນວຽກງານ, ຢາກເຮັດຫຍັງກໍຕາມ ຖ້າພາຍໃນບໍ່ເຂັ້ມແຂງປອດໃສແລ້ວ ແມ່ນບໍ່ສາມາດສໍາເລັດວຽກງານໄດ້. ຖ້າເບິ່ງລົງເລິກເຂົ້າໄປແລ້ວໃນໄລຍະຜ່ານມາຢູ່ພາຍໃນກໍາລັງຕໍາຫຼວດຄຸມຂັງ-ດັດສ້າງຂອງບັນດາສະຫາຍ ກໍຍັງມີບາງບັນຫາສັບສົນ, ການສວຍໃຊ້ໜ້າທີ່ວຽກງານໃນທາງທີ່ບໍ່ຖືກຕ້ອງເພື່ອຫາຜົນປະໂຫຍດສ່ວນຕົວ ຈຶ່ງເກີດປະກົດການຫຍໍ້ທໍ້ຢູ່ພາຍໃນຢ່າງຕໍ່ເນື່ອງ, ຖືກພວກຄົນບໍ່ດີ, ນັກໂທດ, ຜູ້ຖືກດັດສ້າງສວຍໃຊ້, ແກ່ດຶງ, ຫັນປ່ຽນພະນັກງານຈໍານວນໜຶ່ງເປັນຜູ້ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງພວກເຂົາໃນການເຄື່ອນໄຫວກະທໍາຜິດ.

ໃນນັ້ນ, ການປັບປຸງກໍ່ສ້າງ ພາຍໃນກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ແມ່ນຕ້ອງສຸມໃສ່ປັບປຸງກໍ່ສ້າງທາງດ້ານການເມືອງ-ແນວຄິດຂອງພະນັກງານ-ນັກ ຮົບໃຫ້ມີຄວາມໜັກແໜ້ນເປັນກໍາລັງຕໍາຫຼວດຂອງປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ຄົ້ນຄວ້າປັບປຸງ ແລະ ຊັບຊ້ອນຈັດວາງບຸກຄະລາກອນຄືນໃໝ່ ເພື່ອໃຫ້ແທດເໝາະກັບເງື່ອນໄຂຄວາມຮູ້, ຄວາມສາມາດນັບແຕ່ຂັ້ນກົມ, ພະແນກ, ຄ້າຍຄຸມຂັງປະຈໍາພາກ, ຄ້າຍກັກຂັງຊົ່ວຄາວຂອງສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ.

ໃນນີ້, ສຸມໃສ່ປັບປຸງວຽກງານວິຊາສະເພາະໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການທີ່ກໍານົດ 12 ໜ້າວຽກງານ ໃນນີ້ແມ່ນເລັ່ງໃສ່ວຽກງານປ້ອງກັນຄວາມປອດໄພຢູ່ແຕ່ລະຄ້າຍຄຸມຂັງປະຈໍາພາກ, ຄ້າຍດັດສ້າງ, ຄ້າຍກັກຂັງຊົ່ວຄາວຂອງສູນກາງ ແລະ ທ້ອງຖິ່ນບໍ່ໃຫ້ມີເຫດການນັກໂທດແຫກຄຸກໂຕນໜີ, ເກີດການຈາລະຈົນ, ການປະທ້ວງ ແລະ ອື່ນໆ.

ໄປຄຽງຄູ່ກັບການເອົາໃຈໃສ່ຄຸ້ມຄອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ເຂົ້າສູ່ລະບຽບທີ່ຮັດກຸມ, ມີການຈັດສັນເຂດຄຸ້ມຄອງແຕ່ລະເປົ້າໝາຍຢ່າງລະອຽດ, ລະບົບການຄຸ້ມຄອງສະຖິຕິ-ສໍານວນສໍາເນົານັກໂທດ ກໍເຫັນດີຕາມທິດທາງປັບປຸງທີ່ໄດ້ກໍານົດໃນແຜນປະຈໍາປີຂອງບັນດາສະຫາຍ ໂດຍໃຫ້ສ້າງເປັນຖານຂໍ້ມູນທີ່ສາມາດເຊື່ອມຕໍ່ຫາກັນດ້ວຍລະບົບທີ່ທັນສະໄໝ ເພື່ອສະດວກໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສິ່ງສໍາຄັນຢູ່ບ່ອນນີ້ ຮຽກຮ້ອງໃຫ້ບັນດາສະຫາຍເອົາໃຈໃສ່ໃນການສ້າງພະລາກັບທີ່ ເພື່ອໃຫ້ສາມາດເພິ່ງຕົນເອງກຸ້ມຕົນເອງໃນລະດັບທີ່ແນ່ນອນ.