ກອງບັນຊາການ ປກສ ແຂວງເຊກອງ ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955- 22 ມີນາ 2022), ວັນຜູ້ເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 76 ປີ (21 ມີນາ 1946-21 ມີນາ 2022) ໃນວັນທີ 16 ມີນາ 2022, ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ພົຈວ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ ພົຈວ ສົມໄຊ ພູລະຄໍາມະນີ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດແຫ່ງການກໍາເນີດ, ການເຕີບໃຫຍ່, ການເຄື່ອນໄຫວ ແລະ ການນໍາພາຂອງພັກ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ການນໍາພາສ້າງສາພັດທະນາປະເທດຊາດໃນປັດຈຸບັນຂອງ ພັກປະຊາຊົນປະຕິວັດລາວ ໃນໄລຍະ 67 ປີ; ພາຍຫຼັງປົດປ່ອຍຊາດ ພັກປະຊາຊົນປະຕິວັດລາວ ຍັງສືບຕໍ່ນໍາພາປະຊາຊົນປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຂອງພັກ ຈົນສາມາດເຮັດໃຫ້ປະເທດຊາດມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຈາກນັ້ນ, ກໍໄດ້ເລົ່າຄືນເຫດການປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງ ນັກຮົບປະຕິວັດ ແລະ ປະຊາຊົນລາວ ໃນເມື່ອກ່ອນ ໂດຍສະເພາະ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຈາກພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ ໃນວັນທີ 21 ມີນາ 1946, ເຊິ່ງໄດ້ກາຍເປັນກະແສຟອງປຸກລະດົມນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນບັນດາເຜົ່າ ທີ່ໄດ້ພ້ອມກັນລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານທຸກຮູບແບບຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່.

ພົຈວ ສົມໄຊ ພູລະຄໍາມະນີ ຍັງໄດ້ຮຽກຮ້ອງມາຍັງບັນດາພະນັກງານ-ນັກຮົບ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງຜັນຂະຫຍາຍໝາກຜົນຂອງ 2 ວັນສໍາຄັນທາງປະຫວັດສາດດັ່ງກ່າວ, ຈັດຕັ້ງມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ ວຽກງານ 3 ສ້າງ ເຂົ້າສູ່ວຽກງານຕົວຈິງ ເພື່ອກ້າວຂຶ້ນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.