ໃນວັນທີ 16 ມີນາ 2022, ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດການຈັດຕັ້ງສັບ-ປ່ຽນບ່ອນປະຈຳການຂອງພະນັກງານ ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ, ມີຄະນະກົມ, ຫົວໜ້າຫ້ອງການ, ພະແນກ, ຜູ້ພິພາກສາ ແລະ ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ.

ພິທີໃນຄັ້ງນີ້, ພິທີການໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການປະກາດການສັບປ່ຽນບ່ອນປະຈຳການຂອງພະນັກງານສານ ຄື:

  • ທ່ານ ພູທອງ ໄຊຍະສິງ ຮອງຫົວໜ້າຫ້ອງການ ໄປປະຈຳການເປັນ ຮອງຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ
  • ທ່ານ ສົມໝາຍ ບຸດຕະວົງ ຜູ້ພິພາກສາຊັ້ນສາມ ຄະນະສານຄອບຄົວ ສານປະຊາຊົນສູງສຸດ ໄປປະຈຳການຢູ່ ສານປະຊາຊົນແຂວງໄຊສົມບູນ
  • ທ່ານ ອານຸສອນ ສຸລິຍາ ຜູ້ພິພາກສາຊັ້ນສອງ ຮອງຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ໄປປະຈຳການຢູ່ ສານປະຊາຊົນພາກກາງ
  • ທ່ານ ຄຳໄພ ໄຊຍະສຸກ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝືກອົບຮົມ ໄປປະຈຳການເປັນ ຮອງຫົວໜ້າກົມຄຸ້ມຄອງວິຊາການ ແລະ ສະຖິຕິສານປະຊາຊົນສູງສຸດ

ນອກນັ້ນ, ໃນພິທີຍັງປະກາດຕຳແໜ່ງບໍລິຫານອີກຈຳນວນໜຶ່ງ.

ໃນຕອນທ້າຍກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ແລະ ຜູ້ທີ່ໄດ້ຮັບການຍົກຍ້າຍໜ້າທີ່ຕໍາແໜ່ງໃໝ່ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ຄຳພັນ ບຸນພາຄົມ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນ ການພິຈາລະນາຕັດສິນຄະດີໃນແຕ່ລະຂັ້ນ ຕ້ອງໃຫ້ຮັດກຸມ, ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ຍຸຕິທໍາ-ໂປ່ງໃສ ເພື່ອຫຼີກເວັ້ນຫາງສຽງ-ຄໍາຮ້ອງຟ້ອງທີ່ເຫັນວ່າບໍ່ເປັນທໍາ ແລະ ຕ້ອງພ້ອມກັນແກ້ໄຂບັນຫາຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.