ວັນທີ 16 ມີນາ 2022, ອໍານາດການປົກຄອງ ບ້ານປາກກວາງ ສົມທົບກັບ ປກສ ກຸ່ມນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັບຕົວ ທ້າວ ຊຽງວັນສີ ຫຼື ຊຽງ ອາຍຸ 40 ປີ, ປະຊາຊົນບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນຂໍ້ຖືກຫາລັກຂ້າຄວາຍປະຊາຊົນ.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງປາກງື່ມ ໃຫ້ຂໍ້ມູນວ່າ:

ໃນເວລາປະມານ 14:00 ໂມງ ຂອງວັນທີ 16 ມີນາ 2022, ມີພົນລະເມືອງດີເຫັນຜູ້ຊາຍຄົນໜຶ່ງກຳລັງຄົວເອົາຊີ້ນຄວາຍ ຢູ່ໃນປ່າມັນຕົ້ນ ເຂດບ້ານປາກກວາງ ເມືອງປາກງື່ມ; ຈາກນັ້ນ, ຈຶ່ງມາແຈ້ງຕໍ່ອຳກາດການປົກຄອງບ້ານ.

ພາຍຫຼັງໄດ້ຮັບແຈ້ງ ທາງບ້ານກໍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລວບລວມກຳລັງເພື່ອເຂົ້າຈັບກຸມ, ໃນຂະນະທີ່ກຳລັງເຂົ້າໄປຈັບກຸມ ເຫັນຜູ້ຖືກສົງໄສຂັບຂີ່ລົດຈັກເວບອອກມາຈາກສະຖານທີ່ເກີດເຫດ ພ້ອມກະສອບ (ເປົາ). ເຈົ້າໜ້າທີ່ບອກໃຫ້ຢຸດ ແຕ່ຜູ້ກ່ຽວບໍ່ປະຕິບັດຕາມ ຈຶ່ງເຂົ້າສະກັດເຮັດໃຫ້ລົດຈັກລົ້ມ ແລະ ສາມາດຈັບກຸມຕົວໄດ້.

ຜ່ານການກວດຄົ້ນກະສອບ ພົບຊີ້ນ ແລະ ເຄື່ອງໃນຄວາຍ ປະມານ 50 ກິໂລກຼາມ, ຈຶ່ງໄດ້ຈັບຕົວ ແລະ ຢຶດຂອງກາງ. ຈາກນັ້ນ, ໄດ້ນໍາຕົວຜູ້ຖືກຫາໄປຈຸດທີ່ເກີດເຫດພົບຄວາຍ ຈຳນວນ 1 ໂຕ ຖືກຂ້າ ແລະ ພົບຮ່ອງຮອຍການປາດເອົາຊີ້ນ ແລະ ເຄື່ອງໃນ.

ຈາກການສອບສວນ ຜູ້ຖືກຫາສາລະພາບ ວ່າ: ໄດ້ລັກຂ້າຄວາຍປະຊາຊົນທີ່ປ່ອຍຢູ່ຕາມທົ່ງນາ ພາຍຫຼັງຂ້າເອົາຊີ້ນແລ້ວ ກໍເອົາຊິ້ນໃຫ້ເມຍຂາຍຢູ່ເຮືອນ, ໄປເຮັດຊີ້ນຂາຍເຝີ, ເຂົ້າປຽກ ແລະ ບາງຄັ້ງສົ່ງຂາຍຕະຫຼາດມືດ. ຜ່ານມາ, ຜູ້ກ່ຽວເຄີຍລັກຂ້າຄວາຍປະຊາຊົນຢູ່ບ້ານດັ່ງກ່າວ ມາແລ້ວປະມານ 4-5 ໂຕ.

ເຈົ້າໜ້າທີ່ ເປີດເຜີຍຕື່ມວ່າ: ຜ່ານມາ ເຄີຍມີເຫດລັກຂ້າຄວາຍ-ງົວ ຢູ່ເຂດເມືອງປາກງື່ມ ມາແລ້ວປະມານ 30 ໂຕ; ແນວໃດກໍຕາມ, ການຈັບຕົວຜູ້ຖືກຫາຄັ້ງນີ້ ຈະກ່ຽວຂ້ອງກັບການລັກຂ້າຄວາຍ ໃນໄລຍະຜ່ານມາ ຫຼື ບໍນັ້ນ ແມ່ນກຳລັງສອບສວນ ເພື່ອເກັບຂໍ້ມູນລະອຽດ ແລະ ເຈົ້າໜ້າທີ່ຍັງບໍ່ທັນປັກໃຈເຊື່ອວ່າ ຜູ້ກໍ່ເຫດລົງມືຄົນດຽວ ແລະ ອາດຈະມີຜູ້ຮ່ວມຂະບວນການ.