ໃນວັນທີ 16 ມີນາ 2022, ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021, ເປັນປະທານໂດຍ ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີ ຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ເຂົ້າຮ່ວມ.

ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ
ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ສະຫາຍ ພັທ ກອງແກ້ວ ກຸສານົນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 76/ຄພປກສ, ລົງວັນທີ 19 ມັງກອນ 2022 ວ່າດ້ວຍ ການຮັບຮອງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ໄຊຊະນະຂອງແຕ່ລະໜ່ວຍຍາດມາໄດ້ ເຊິ່ງມີ 17 ໜ່ວຍພັກ ຄື:

ສະຫາຍ ພັທ ກອງແກ້ວ ກຸສານົນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ
ສະຫາຍ ພັທ ກອງແກ້ວ ກຸສານົນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ
  • ໜ່ວຍພັກຮາກຖານ ຫ້ອງເສນາທິການ
  • ໜ່ວຍພັກຮາກຖານ ຫ້ອງການເມືອງ
  • ໜ່ວຍພັກຮາກຖານ ຫ້ອງການ
  • ໜ່ວຍພັກຮາກຖານ ກອງຮ້ອຍເອກະລາດ
  • ໜ່ວຍພັກ ສຳນັກກອງພັນ 205
  • ໜ່ວຍພັກ ກອງຮ້ອຍ 1 ກອງພັນ 205
  • ໜ່ວຍພັກ ກອງຮ້ອຍ 2 ກອງພັນ 205
  • ໜ່ວຍພັກ ກອງຮ້ອຍ 3 ກອງພັນ 205
  • ໜ່ວຍພັກ ສຳນັກກອງພັນ 206
  • ໜ່ວຍພັກ ກອງຮ້ອຍ 1 ກອງພັນ 206
  • ໜ່ວຍພັກ ກອງຮ້ອຍ 2 ກອງພັນ 206
  • ໜ່ວຍພັກ ກອງຮ້ອຍ 3 ກອງພັນ 206
  • ໜ່ວຍພັກ ສຳນັກກອງພັນ 207
  • ໜ່ວຍພັກ ກອງຮ້ອຍ 1 ກອງພັນ 207
  • ໜ່ວຍພັກ ກອງຮ້ອຍ 2 ກອງພັນ 207
  • ໜ່ວຍພັກ ກອງຮ້ອຍ 3 ກອງພັນ 207
  • ໜ່ວຍພັກ ກອງຮ້ອຍ 4 ກອງພັນ 207

ໃນວັນດຽວກັນ ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 331 ແລະ 332/ປກສ, ລົງວັນທີ 23 ກຸມພາ 2022 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການປ້ອງກັນທີ່ຕັ້ງ ທີ່ມີຜົນງານ ແລະ ຄົບມາດຖານເງື່ອນໄຂເລື່ອນຊັ້ນ ຈຳນວນ 8 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ຮອ ຂຶ້ນ ພັຕ 2 ສະຫາຍ
  • ຮທ ຂຶ້ນ ຮອ 6 ສະຫາຍ

ນອກນີ້, ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ 17 ໜ່ວຍພັກຮາກຖານ ທີ່ໄດ້ຮັບນາມມະຍົດເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ໃຫ້ຮັກສາມູນເຊື້ອຜົນງານອັນດີ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ-ວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ໃຫ້ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.