ປີ 2021 ນັກຮົບສື່ມວນຊົນ ປກສ ທີ່ສັງກັດຢູ່ໃນສື່ສິ່ງພິມ, ສື່ເອເລັກໂຕຼນິກ ກໍຄືໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ ໄດ້ເຄື່ອນໄຫວເກັບກໍາຂ່າວຢູ່ສູນກາງ ແລະ ຕ່າງແຂວງທັງໝົດ 6.296 ຄັ້ງ, ສໍາພາດຂ່າວໄດ້ 730 ຄັ້ງ, ຂຽນຂ່າວໄດ້ 15.858 ຂ່າວ, ຂຽນບົດໄດ້2.214 ບົດ, ຮັບຂ່າວຕ່າງແຂວງໄດ້4.479 ຂ່າວ, ຕັດຕໍ່ລາຍການ, ຕັດຕໍ່ຂ່າວທັງຫມົດ 5.610 ຄັ້ງ, ກວດແກ້ລາຍການ, ກວດແກ້ບົດ-ຂ່າວລົງໜ້າໜັງສືພິມ, ວາລະສານ, ອອກລາຍການວິທະຍຸລາຍການໂທລະພາບໄດ້ທັງໝົດ 8.587 ຄັ້ງ.

ພັອ ສີພາ ສິງທອງ ຮອງຫົວໜ້າກົມສື່ມວນຊົນ ປກສ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ຂອງກົມສື່ມວນຊົນ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາກົມສື່ມວນຊົນ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາບັນດາກອງ ຈັດຕັ້ງເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດໜ້າທີ່ ທີ່ໄດ້ຮັບມອບໝາຍ, ເຮັດໃຫ້ສື່ມວນຊົນ ປກສ ກາຍເປັນກະບອກສຽງຂອງພັກ-ລັດ, ໃຫ້ກໍາລັງປ້ອງກັນຄວາມສະຫງົບ ໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ, ເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ສະພາບການຕ່າງໆທີ່ເກີດຂຶ້ນໃນສັງຄົມສະແດງອອກຄື: ສ້າງຟີມເອກະສານມູນເຊື້ອ ປກສ, ສະປອດໂຄສະນາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີອອກທາງໂທລະພາບ, ວິທະຍຸ, ລົງໜ້າໜັງສືພິມ ປກສ ໄດ້ 1 ເລື່ອງ ແລະ 4 ສະປອດ, ເຄື່ອນໄຫວເກັບກໍາຂ່າວຢູ່ ສູນກາງ ແລະ ຕ່າງແຂວງທັງຫມົດ 6.296 ຄັ້ງ, ສໍາພາດຂ່າວໄດ້ 730 ຄັ້ງ, ຂຽນຂ່າວໄດ້ 15.858 ຂ່າວ ຂຽນບົດໄດ້2.214 ບົດ, ຮັບຂ່າວຕ່າງແຂວງທັງຫມົດ 4.479 ຂ່າວ, ຕັດຕໍ່ລາຍການ, ຕັດຕໍ່ຂ່າວທັງຫມົດ 5.610 ຄັ້ງ, ກວດແກ້ລາຍການ, ກວດແກ້ບົດ-ຂ່າວລົງຫນ້າຫນັງສືພິມ, ວາລະສານ, ອອກລາຍການວິທະຍຸລາຍການໂທລະພາບໄດ້ທັງໝົດ 8.587 ຄັ້ງ, ສັບຂ່າວຈາກສະຖານີໂທລະພາບແຫ່ງຊາດ, ສະຖານີວິທະຍຸແຫ່ງຊາດ, ຄວບຄຸມລາຍການບັນເທີງ, ລາຍການນອກຈໍານວນ 200 ກວ່າຄັ້ງ, ອັດລາຍການໄດ້ 16.492 ຄັ້ງ, ຖ່າຍທໍາທັງໝົດ 2.887 ຄັ້ງ, ສໍາເນົາພາບ-ຂ່າວ, ກ໊ອບປີ້ລາຍການໄດ້ 4.890 ຄັ້ງ, ຂຽນຂ່າວລົງໜ້າເວັບໄຊ 826 ຂ່າວ, ມີ 385 ພາບ, ແຈກຢາຍໜັງສືພິມ ປກສ ໄດ້ 70.000 ສະບັບ, ວາລະສານ 21.0000 ສະບັບ.

ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ໃນການບໍາລຸງ ແລະ ກໍ່ສ້າງພະນັກງານວິຊາການຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ດ້ວຍການບໍາລຸງຢູ່ກັບທີ່, ຕາມສະພາບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໂດຍໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາພາຫະນະສື່ມວນຊົນ ປກສ ໃຫ້ກ້າວສູ່ຄຸນນະພາບອັນໃໝ່ ນັບທັງຮູບແບບ ແລະ ວິທີການໃນການນໍາສະເໜີຂໍ້ມູນ-ຂ່າວສານ, ເນື້ອຫາ, ສາລະບັນເທີງ ແລະ ສາລະໜ້າຮູ້ທີ່ເປັນປະໂຫຍດຕ່າງໆ, ໂດຍສະເພາະໃນການນໍາສະເໜີຂໍ້ມູນ-ຂ່າວສານຜ່ານຄໍລໍາໃນສື່ສິ່ງພິມ ແລະ ບັນດາລາຍການຕ່າງໆໃນສື່ເອເລັກໂຕຣນິກ, ໄດ້ເອົາໃຈໃສ່ເຄື່ອນໄຫວເກັບກໍາຂໍ້ມູນ-ຂ່າວສານ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງໃນທົ່ວປະເທດແລ້ວຂຽນເປັນບົດ-ຂ່າວລົງໜ້າໜັງສືພິມ, ວາລະສານ, ອອກການການວິທະຍຸ, ລາຍໂທລະພາບ ປກສ, ສາມາດຮັບປະກັນໄດ້ລັກສະນະພັກ, ລັກສະນະສື່ມວນຊົນລາວ.

ອັນພົ້ນເດັ່ນໃນ 1 ປີຜ່ານມາສື່ມວນຊົນ ປກສ ໄດ້ເຂົ້າຮ່ວມເກັບກໍາ ຂ່າວກອງປະຊຸມສະພາແຫ່ງຊາດຊຸດທີ IX, ກອງປະຊຸມສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີII, ເຄື່ອນໄຫວເກັບກໍາຂ່າວການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ໃນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ທາງສື່ມວນຊົນ ປກສ ກໍໄດ້ເປັນເຈົ້າການໃນການໂຄສະນາເຜີຍແຜ່ມູນເຊື້ອ, ຜົນງານວິລະກໍາຂອງກໍາລັງ, ວຽກດີຄົນເດັ່ນ, ວຽກຈິງຄົນແທ້ດ້ວຍຫຼາຍຮູບ ການຕິດພັນກັບຂະບວນການແຂ່ງຂັນຕ່າງໆຂອງກໍາລັງ, ສາມາດຜະລິດເປັນລາຍການ, ຈັດເປັນຄໍລໍາ ສະປອດໂຄສະນາ, ອັນເຮັດໃຫ້ສັງຄົມໄດ້ຮັບຮູ້ຜົນງານອັນໂດດເດັ່ນ ແລະ ວິລະກໍາອັນລໍ້າເລີດຂອງກໍາລັງ ປ້ອງກັນຄວາມສະຫງົບໃນ 61 ປີຜ່ານມາພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ຈັດຕັ້ງພະນັກງານ-ວິຊາການເຂົ້າຮ່ວມເຄື່ອນໄຫວ ແລະ ເປັນເຈົ້າການໃນການເກັບກໍາຂ່າວກ່ຽວກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ພ້ອມກັນນັ້ນຍັງໄດ້ຊີ້ນໍາ-ນໍາພາສື່ມວນຊົນ ປກສ ຂຽນຂ່າວຕອບໂຕ້ການໃສ່ຮ້າຍປ້າຍສີ, ການບິດເບືອນຄວາມຈິງຂອງພວກຄົນບໍ່ດີ ແລະ ສື່ອອນລາຍທີ່ໃສ່ຮ້າຍປ້າຍສີພັກ-ລັດຖະບານ ແລະ ເຈົ້າໜ້າທີ່ທຸກພາກສ່ວນຢ່າງວ່ອງໄວ-ທັນການໄດ້ເອົາໃຈໃສ່ໃນການຜະລິດລາຍການວິທະຍຸ, ລາຍການໂທລະພາບອອກອາກາດໃນແຕ່ລະວັນ, ຈັດໜ້າໜັງສືພິມ, ວາລະສານ, ການພິມ ແລະ ຈໍາໜ່າຍຜະລິດຕະພັນສື່ສິ່ງພິມ, ຮັບປະກັນໄດ້ຄຸນນະພາບ ແລະ ຖືກຕ້ອງຕາມໂມງເວລາທີ່ກໍານົດໄວ້.ນອກນັ້ນຍັງໄດ້ລົງກວດກາ-ປັບປຸງເຄື່ອງສົ່ງຄື້ນສັນຍາວິທະຍຸຢູ່ 4 ຈຸດຕ່າງແຂວງເພື່ອໃຫ້ໄດ້ອອກອາກາດ ປົກກະຕິທິດຊີ້ນໍາຂອງຂັ້ນເທິງ.

ທິດທາງແຜນການໃນຕໍ່ໜ້າ ດ້ານວຽກງານວິຊາສະເພາະ ສືບຕໍ່ເປັນເຈົ້າການເປັນເສນາທິການໃຫ້ຄະນະພັກ-ຄະນະບັນຊາໃນການກໍາສະພາບການ, ການປະສານສົມທົບ, ການຂຶ້ນແຜນງົບປະມານຮັບໃຊ້ວິຊາສະເພາະ, ສ້າງນິຕິກໍາໃນການຄຸ້ມຄອງວຽກງານວິຊາສະເພາະ ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ມີການຄຸ້ມຄອງໃຫ້ມີປະສິດທິຜົນສູງ.ພົວພັນ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສ້ອມ ແປງເຄື່ອງສົ່ງຄື້ນສັນຍານວິທະຍຸກະຈາຍສຽງ ປກສ ຢູ່ສູນກາງ ແລະ ຢູ່ 5 ຈຸດຕ່າງແຂວງໃຫ້ໄດ້ອອກອາກາດເປັນປົກກະຕິ.ປັບປຸງ ແລະ ພັດທະນາພາ ຫະນະສື່ມວນຊົນ ປກສ ( ໜັງສືພິມ, ວາລະສານ, ບັນດາລາຍການໃນ ສະຖານີວິທະຍຸ, ໂທລະພາບ ປກສ) ໃຫ້ກ້າວເຂົ້າສູ່ຄວາມທັນສະໄໝ, ການນໍາສະເຫນີຂໍ້ມູນ-ຂ່າວສານ ການຜະລິດລາຍການຕ້ອງທັນກັບຍຸກສະໃໝ, ອຸດົມສົມບູນ, ມີຫຼາຍຮູບ-ຫາຍສີ, ຖືກຕ້ອງ, ຊັດເຈນ, ທັນເວລາ, ທັນກັບເຫດການ ແລະ ສາມາດເຂົ້າເຖິງທຸກຊັ້ນຄົນໃນສັງຄົມ.ສຸມໃສ່ລົງເຄື່ອນໄຫວເກັບກໍາຂໍ້ມູນຂ່າວ, ສໍາພາດຂ່າວ ແລະ ຖ່າຍທໍາຢູ່ບັນດາກົມ-ກອງ, ຕົວເມືອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ, ໂຄສະນາຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ, ຂອງກໍາລັງ ປກສ, ໂດຍສະເພາະຈັດຕັ້ງການເຄື່ອນໄຫວເອົາຂ່າວວາລະແຫ່ງຊາດຕ້ານຢາເສບຕິດ ແລະ ຂະບວນການເຄື່ອນໄຫວ ແຂ່ງຂັນຕ່າງໆໃນກໍລັງ ແລະ ສັງຄົມ.ເອົາໃຈໃສ່ບໍລິການແຈກຢາຍ ແລະ ຈໍາໜ່າຍໜັງສືພິມ, ວາລະສານ ປກສ ໃຫ້ທົ່ວເຖິງ ແລະ ວ່ອງໄວ, ພ້ອມທັງເພີ່ມບໍລິມາດການພິມ ແລະ ການຈໍາໜ່າຍໃຫ້ໄດ້ຫຼາຍກວ່າເກົ່າ.