ສະຫະພັນແມ່ຍິງກະຊວງ ປ້ອງກັນຄວາມສະຫງົບ ໄດ້ວາງຈຸດປະສົງຄາດໝາຍໃນການນຳພາບັນດາຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ກໍຄືສະຫະພັນແມ່ຍິງຮາກຖານບັນດາກົມອ້ອມຂ້າງ ກະຊວງ ປກສ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ ( 2021-2025 ) ແນໃສ່ເຮັດໃຫ້ສະຫະ ພັນແມ່ຍິງແຕ່ລະຂັ້ນໃນຖັນແຖວກຳລັງປ້ອງກັນຄວາມສະຫງົບ ບັນລຸຕາມຈຸດປະສົງຄາດໝາຍ ໂດຍການເອົາໃຈໃສ່ປຸກລະດົມໃຫ້ສະມາຊິກແມ່ຍິງໃນຂົງເຂດຄວາມຮັບຜິດຊອບເອົາໃຈໃສ່ຈັດຕັ້ງປະຕິບັດ 6 ວຽກງານຈຸດສຸມໃຫ້ສຳເລັດຜົນ.

ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ ໄດ້ຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ ( 2016-2020 ) ແລະ ທິດທາງແຜນການໄລຍະ 5 ປີ ( 2021-2025 ) ໃຫ້ຮູ້ວ່າ: ຈຸດປະສົງຄາດໝາຍໃນການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໃຫ້ສຳ ເລັດຜົນທີ່ສະຫະພັນແມ່ຍິງ ກະຊວງ ປກສ ວາງໄວ້ໄລຍະ 5 ປີ ຕໍ່ໜ້າມີຄື:

  • ເພື່ອສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ສະ ມາຊິກສະຫະພັນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ, ມີຄວາມຕື່ນຕົວທາງດ້ານການເມືອງ, ມີຄວາມສາມັກຄີເປັນເອກະພາບ ພາຍໃນ, ມີສະຕິເຄົາລົບລະບຽບກົດໝາຍ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້.
  • ເພື່ອພັດທະນາກຳລັງປ້ອງກັນຄວາມສະຫງົບ ກໍຄືສະມາຊິກສະຫະພັນແມ່ຍິງໃນກຳລັງປ້ອງ ກັນຄວາມສະຫງົບໃຫ້ມີຄວາມຮູ້-ຄວາມສາມາດ, ພ້ອມທັງເປັນ ການປັບປຸງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກາຍເປັນເສນາທິການທີ່ດີໃຫ້ແກ່ຄະນະພັກ-ຄະນະ ບັນຊາໃນການສຶກສາອົບຮົມເຕົ້າ ໂຮມຄວາມສາມັກຄີ, ປຸກລະດົມແມ່ຍິງປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບການມອບໝາຍ.
  • ເພື່ອປະກອບສ່ວນໃນການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແມ່ຍິງລາວ 5 ປີ ຄັ້ງທີ VIII ( 2021-2025 ) 10 ແຜນງານ 65 ໂຄງການໃຫ້ບັນລຸຕາມລະດັບຄາດໝາຍ, ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ.
  • ປຸກລະດົມສະມາຊິກສະຫະພັນແມ່ຍິງແຕ່ລະສະຫາຍສູ້ ຊົນປະຕິບັດຂໍ້ແຂ່ງຂັນ 3 ດີ ແຕ່ ລະເນື້ອໃນໃຫ້ໄດ້ 80% ຂຶ້ນໄປ, ສ້າງໜ່ວຍ 3 ດີໃຫ້ໄດ້ 80% ຂຶ້ນໄປ, ສ້າງສະຫະພັນແມ່ຍິງ 3 ດີໃຫ້ໄດ້ 80% ຂຶ້ນໄປ, ສ້າງບຸກຄົນ 3 ດີ ປະເພດ I ໃຫ້ໄດ້ 90% ຂຶ້ນໄປ ແລະ ແຕ່ລະໜ່ວຍຕ້ອງສ້າງໃຫ້ມີບຸກຄົນຕົວແບບດ້ານຕ່າງໆໃຫ້ໄດ້ 1 ຄົນຂຶ້ນໄປ ( ດ້ານວິຊາສະເພາະ, ການສ້າງເສດຖະກິດຄອບຄົວ, ສ້າງຄອບຄົວດີ ) ສະຫະພັນແມ່ຍິງແຕ່ລະຮາກ ຖານ ສ້າງໜ່ວຍຕົວແບບໃຫ້ໄດ້ 1-2 ໜ່ວຍ, ສະມາຊິກສະຫະພັນແມ່ຍິງໃຫ້ໄດ້ເຂົ້າຮ່ວມການເຊື່ອມຊຶມເອກະສານແນວທາງນະໂຍບາຍ, ມະຕິ, ຄຳ ສັ່ງ, ລະບຽບກົດໝາຍ, ມູນເຊື້ອວັນສຳຄັນຕ່າງໆໃຫ້ໄດ້ 90% ຂຶ້ນໄປ, ທັງໝົດນັ້ນແມ່ນເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອສະຫະພັນແມ່ຍິງກະຊວງ 3 ດີ ຮັກສານາມມະຍົດທຸງໄຊ 3 ດີ ຕະຫຼອດໄປ.

ພັທ ນາງ ບຸນທະວີ ພິລາວັນ ກ່າວວ່າ: ເພື່ອປະຕິບັດໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຈະຕ້ອງເອົາໃຈໃສ່ຕໍ່ 6 ວຽກງານຈຸດສຸມ ດັ່ງນີ້:

  1. ສືບຕໍ່ໂຄສະນາເຜີຍແຜ່ ເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບການໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆທີ່ພົວພັນເຖິງສິດຜົນປະໂຫຍດແມ່ຍິງ ແລະ ເດັກນ້ອຍ, ເອົາໃຈໃສ່ແນະນຳໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ກຳນົດກຸ່ມເປົ້າໝາຍທັງຍິງ ແລະ ຊາຍ ເພື່ອສາມາດປຸກລະດົມທຸກເພດ-ໄວມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ.
  2. ນຳພາເປີດຂະບວນການແຂ່ງຂັນຈັດຕັ້ງປະຕິບັດໃຫ້ຕໍ່ເນື່ອງ, ນຳເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ວິຊາສະເພາະປິ່ນອ້ອມ 4 ແຜນງານ 41 ໂຄງການ, ການກໍ່ສ້າງກົມກອງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນ, ຂະບວນການແຂ່ງຂັນອື່ນໆໃຫ້ເປັນຂະບວນກວ້າງຂວາງ.
  3. ສືບຕໍ່ນຳພາເປີດບັ້ນດຳ ເນີນຊີວິດການເມືອງຕີລາຄາປະເມີນຜົນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ 3 ເດືອນ, 6 ເດືອນ, ປະຈຳປີ, 3 ປີ ແລະ ໄລຍະ 5 ປີ ສຳຫຼວດກວດກາຕີລາຄາຈັດປະເພດສະມາຊິກ 3 ດີ, ໜ່ວຍ 3 ດີ ແລະ ສະຫະພັນແມ່ຍິງຮາກຖານ 3 ດີ.
  4. ຈັດຝຶກອົບຮົມໃຫ້ຄະນະສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ຮັບຮູ້ເຂົ້າໃຈຕໍ່ຂັ້ນຕອນບາດກ້າວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ທັງເປັນການຖອດ ຖອນບົດຮຽນເຊິ່ງກັນແລະກັນ, ຮັບປະກັນທາງດ້ານຄຸນນະພາບໃນການປະຕິບັດຕົວຈິງ.
  5. ເອົາໃຈໃສ່ຕໍ່ການລົງເລິກໃກ້ຊິດຕິດແທດຮາກຖານ ເພື່ອກຳແໜ້ນສະພາບການ, ຊຸກຍູ້ຂະບວນການຕິດຕາມ, ກວດກາເຄື່ອນໄຫວວຽກງານຂອງການ ຈັດຕັ້ງສະຫະພັນແມ່ຍິງທີ່ມີຜົນງານດີເດັ່ນ ເພື່ອສຶກສາອົບຮົມ ແລະ ຊຸກຍູ້ຊ່ວຍເຫຼືອບຸກຄົນ, ການຈັດຕັ້ງສະຫະພັນແມ່ຍິງທີ່ຍັງບໍ່ທັນປະຕິບັດໄດ້ຕາມຄາດໝາຍ.
  6. ປຸກລະດົມຊຸກຍູ້, ສະຫະພັນແມ່ຍິງຮາກຖານອ້ອມຂ້າງ ກະຊວງ ປກສ ສືບຕໍ່ນຳພາສະມາຊິກແມ່ຍິງສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆໃຫ້ເປັນຂະບວນຕໍ່ເນື່ອງ ເປັນຕົ້ນຂະບວນການປະຕິບັດລະບຽບວິໄນຂອງກຳລັງ ປກສ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ປະຕິ ບັດຂໍ້ແຂ່ງຂັນ 3 ດີ, ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ, ອອກແຮງງານລວມ ແລະ ການຈັດຕັ້ງປະຕິບັດຄຳສັ່ງ, ແຈ້ງການຕ່າງໆຂອງ ຂັນເທິງກ່ຽວກັບການປ້ອງກັນສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.
    ສັງລວມແລ້ວ, ເພື່ອຢາກບັນລຸຈຸດປະສົງຄາດໝາຍຂອງການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ສຳເລັດຕາມທີ່ວາງໄວ້, ບັນດາສະຫະພັນແມ່ຍິງຮາກ ຖານ ກົມອ້ອມຂ້າງກະຊວງ ປກສ ຕ້ອງເອົາໃຈໃສ່ 6 ວຽກງານຈຸດສຸມ ໂດຍສຸມໃສ່ປຸກລະດົມສະມາຊິກແມ່ຍິງແຕ່ລະຂົງເຂດເປັນເຈົ້າການຈັດຕັ້ງປະຕິບັດ ເນື່ອງຈາກວ່າສະມາຊິກແມ່ຍິງທຸກສະຫາຍແມ່ນກຳລັງແຮງ, ກຳລັງສຳຄັນເຮັດໃຫ້ການບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ໃຫ້ສຳເລັດ ຜົນ ແລະ ເປັນຂະບວນຟົດຟື້ນ.