ກົມຕຳຫຼວດສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ປິດຊຸດຝຶກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນ ພາຍໃຕ້ຫົວຂໍ້ ” ການສືບສວນ-ສອບສວນຄະດີອາຍາ ຮັບປະກັນຄວາມໂປງໃສ, ຍຸຕິທໍາ ແລະ ເປັນມືອາຊີບ ” ໃນວັນທີ 18 ມີນາ 2022, ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ, ມີຫົວໜ້າກົມຕຳຫຼວດສືບສວນ-ສອບສວນ, ແຂກຮັບເຊີນ, ບັນດາວິທະຍາກອນ ແລະ ນັກສຳມະນາກອນ ຈາກບັນດາກົມ-ກອງວິຊາສະເພາະ ອ້ອມຂ້າງກະຊວງ, ປກສ ນວ ແລະ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ.

ພັທ ເສີດ ທຳມະວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອາຊະຍາກຳທາງຄອມພິວເຕີ ກົມຕຳຫຼວດສືບສວນ-ສອບສວນ ກ່າວວ່າ:

ການຝຶກອົບຮົມໃນຄັ້ງນີ້ ມີນັກສຳມານາກອນເຂົ້າຮ່ວມທີ່ມາຈາກບາງກົມວິຊາສະເພາະ ອ້ອມຂ້າງກົມໃຫຍ່ຕຳຫຼວດ, 2 ໂຮງຮຽນວິທະຍາຄານ ແລະ ຈາກກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ໃນຂອບເຂດທົ່ວປະເທດ ທັງໝົດ 50 ສະຫາຍ, ໃຊ້ເວລາຝຶກທັງໝົດ 5 ວັນ ໂດຍນໍາໃຊ້ເອກະສານທີ່ກ່ຽວຂ້ອງເຂົ້າໃນການຝຶກອົບຮົມ ທັງໝົດ 22 ເອກະສານ.

ເຊິ່ງວິທະຍາກອນຜູ້ບັນຍາຍ ໄດ້ຍົກເອົາເນື້ອໃນຕົ້ນຕໍຂອງແຕ່ລະບົດທີ່ເປັນພື້ນຖານ ໃນການດຳເນີນການສືບສວນ-ສອບສວນແກ້ໄຂຄະດີຕົວຈິງທີ່ຖືກຕ້ອງກົດໝາຍ, ໄດ້ຍົກເອົາບາດກ້າວ, ຂັ້ນຕອນ ແລະ ວິທີການໃນການດຳເນີນການສືບສວນ-ສອບສວນຕົວຈິງ ຂຶ້ນມາສົນທະນາ ພ້ອມທັງໄດ້ຍົກເອົາບົດຮຽນຈາກບາງລາຍຄະດີທີ່ເກີດຂຶ້ນ ແລະ ມີຄວາມຫຍຸ້ງຍາກສັບສົນ ໃນການສືບສວນ-ສອບສວນຂຶ້ນມາແລກປ່ຽນ ແລະ ຍົກເອົາບັນດາວິທີການສືບສວນ-ສອບສວນທີ່ໄດ້ຮັບຜົນສຳເລັດ ຂຶ້ນມາເປັນບົດຮຽນ ແລະ ນັກສຳມະນາກອນ ໄດ້ນຳເອົາບາງລາຍຄະດີຕົວຈິງທີ່ມີຄວາມຫຍຸ້ງຍາກສັບສົນ ຂຶ້ນມາແລກປ່ຽນບົດຮຽນຕົວຈິງຮ່ວມກັນ.

ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ:

ການຝຶກອົບຮົມໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດຕາມມະຕິກົມການເມືອງສູນກາງພັກ ວ່າດ້ວຍ ການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຕິດພັນກັບ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ແລະ ທັງຫັນເອົາວ່າລະແຫ່ງຊາດ ເຂົ້າສູ່ວຽກງານການແກ້ໄຂ, ດໍາເນີນຄະດີ ແລະອື່ນໆ.

ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນໃນການຍົກລະດັບ ວຽກງານວິຊາສະເພາະສືບສວນ-ສອບສວນຄະດີອາຍາ ໃນຂອບເຂດທົ່ວປະເທດ ໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ມາດຕະຖານ.

ໃນນາມ ກົມໃຫຍ່ຕຳຫຼວດ ສະເໜີໃຫ້ບັນດາສະຫາຍທີ່ໄດ້ເຂົ້າຮ່ວມຝຶກອົບຮົມຕົວຈິງ ນຳເອົາບົດຮຽນທີ່ໄດ້ຮັບຈາກການຝຶກອົບຮົມ ໄປຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງທີ່ສຸດ ໃນການດຳເນີນຄະດີໃຫ້ມີຄວາມໂປງໃສ, ຍຸຕິທຳ ແລະ ເປັນມືອາຊີບ ເຮັດໃຫ້ສັງຄົມຍ້ອງຍໍຊົມເຊີຍຜົນງານການສືບສວນ-ສອບສວນແກ້ໄຂຄະດີຂອງເຈົ້າໜ້າທີ່ພວກເຮົາ.

ພ້ອມດຽວກັນນີ້, ຂໍໃຫ້ບັນດາສະຫາຍມີການປະສານສົມທົບກັນ, ມີການແລກປ່ຽນຂໍ້ມູນອາຊະຍາກຳ, ແຈ້ງເປົ້າໝາຍກໍ່ອາຊະຍາກຳໃຫ້ກັນແລະກັນໄດ້ຮັັບຮູ້ ແລະ ປະຫວັດການເຄື່ອນໄຫວຂອງພວກກໍ່ອາຊະຍາກຳຢູ່ໃນແຕ່ລະເຂດ, ແຕ່ລະພື້ນທີ່ໃຫ້ຫຼາຍຂຶ້ນ ເພື່ອມີມາດຕະການແກ້ໄຂ ແລະ ສະກັດກັ້ນອາຊະຍາກໍາຮ່ວມກັນ ແລະ ພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄປພ້ອມໆກັັບການແກ້ໄຂອາຊະຍາກຳປະເພດຕ່າງໆ ຢູ່ໃນສັງຄົມຢ່າງສະໝໍ່າສະເໝີ ແລະ ຕໍ່ເນື່ອງ ເພື່ອເປັນການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກຳໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ.