ກອງບັນຊາການ ປກສ ແຂວງອັດຕະປື ໄດ້ສໍາເລັດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2021 ໃນວັນທີ 15 ມີນາຜ່ານມານີ້, ເປັນປະທານໂດຍ ສະຫາຍ ພັອ ສີເວີນ ແກ້ວສີວົງສາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ ເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ສະຫາຍ ພັອ ສີເວີນ ແກ້ວສີວົງສາ ກ່າວວ່າ: ບັ້ນດຳເນີນຊີວິດການເມືອງທົ່ວກອງບັນຊາການ ປກສ ແຂວງອັດຕະປື ຄັ້ງນີ້ ແມ່ນຄວາມຈຳເປັນພາວະວິໄສຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຄະນະພັກ-ຄະນະນຳ ປກສ ແຂວງອັດຕະປື ເພື່ອກູ້ຄືນຄວາມສັດທາຂອງປະຊາຊົນຕໍ່ພັກ-ລັດ ປັບປຸງເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດຫຼັກການຂອງພັກ, ກົດໝາຍຂອງລັດ, ແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆຢູ່ໃນພັກ ເປັນຕົ້ນແມ່ນການຖືເບົາຝຶກຝົນຫຼ່ໍຫຼອມຕົນເອງ, ການເສື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ຫ່າງເຫີນຕົວຈິງ, ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ສໍ້ລາດບັງຫຼວງ, ການລະເມີດລະບຽບກົດໝາຍ ແລະ ບັນຫາອື່ນໆທີ່ພວມປະກົດຂຶ້ນຢ່າງແຜ່ຫຼາຍຢູ່ພາຍໃນພັກເວົ້າລວມ, ເວົ້າສະເພາະ ກໍຄືການປະຕິບັດໜ້າທີ່ວຽກງານຂອງສະມະຊິກພັກພາຍໃນທົ່ວກອງບັນຊາການ ປກສ ແຂວງອັດຕະປື.

ໃນບັ້ນດຳເນີນຊີວິດການເມືອງຄັ້ງນີ້, ບັນດາຄະນະພັກ, ຄະນະຫ້ອງ, ກອງພັນ ແລະ ຄ້າຍຄຸມຂັງ-ດັດສ້າງ ຕະຫຼອດຮອດພະນັກງານ-ນັກຮົບ ໄດ້ພ້ອມກັນເຊື່ອມຊຶມເອກະສານສໍາຄັນ ຄື: ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ, ເອກະສານຄຸນສົມບັດສິນທຳປະ ຕິວັດຂອງກຳລັງປ້ອງກັນຄວາມສະຫງົບ, ເອກະສານຈັນຍາທຳ-ຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ, ຜ່ານບົດສຳຫຼວດຕົນເອງເພື່ອປະເມີນຜົນຕີລາ ຄາຕົນເອງ ທັງເປັນການຕໍານິຕິຊົມຊ່ວຍເຫຼືອເຊິ່ງກັນແລະກັນ.