ໃນວັນທີ 16 ມີນາ 2022, ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ຢູ່ບ້ານສີວິໄລ, ເປັນປະທານໂດຍ ທ່ານ ແສງອາລຸນ ແສງອາພອນ ຮອງເຈົ້າເມືອງປາກຊັນ ຫົວໜ້າຄະນະຊີ້ນໍາ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຂັ້ນເມືອງ, ມີ ພັທ ບົວສອນ ກຽດຕະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ປກສ ກຸ່ມບ້ານ, ອົງການໄອຍະການປະຊາຊົນເຂດ 1, ຄະນະຮັບຜິດຊອບແກ້ໄຂບັນຫາຢາເສບຕິດຂັ້ນເມືອງ , ພະນັກງານ-ນັກຮົບ, ປກສ ກຸ່ມບ້ານ, ນາຍບ້ານ, ພໍ່ແມ່ ປະຊາຊົນ ແລະ ກຸ່ມເປົ້າໝາຍ ເຂົ້າຮ່ວມ.

ການສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຄັ້ງນີ້, ໄດ້ເຜີຍແຜ່ເອກະສານທີ່ສໍາຄັນໃຫ້ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ບັນດາກຸ່ມເປົ້າໝາຍໄດ້ຮັບຮູ້, ເຂົ້າໃຈ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ-ຊີ້ນໍາ ແລະ ຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ. ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ບ້ານສີວິໄລ ເມືອງປາກຊັນ, ເຊິ່ງຄະນະຮັບຜິດຊອບຈະໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອເກັບກໍາສະພາບລວມຂອງບ້ານ, ຄັດຈ້ອນ ແລະ ຂຶ້ນບັນຊີເປົ້າໝາຍ, ເຮັດວຽກງານສອບສວນຂັ້ນພື້ນຖານ, ແບ່ງປະເພດເປົ້າໝາຍ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາ, ສຶກ ສາອົບຮົມກ່າວເຕືອນຕໍ່ເປົ້າໝາຍ ທີ່ມີຄວາມຕື່ນຕົວສະໝັກໃຈລາຍງານກໍຈະສ້າງບົດບັນທຶກມອບໃຫ້ການຈັດຕັ້ງບ້ານ, ພໍ່-ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່ ປກສ ກຸ່ມ ບ້ານ, ປກສ ເມືອງຄຸ້ມຄອງສຶກສາອົບຮົມໃຫ້ຢຸດເຊົາ.

ຕໍ່ກັບເປົ້າໝາຍທີ່ບໍ່ໃຫ້ການຮ່ວມມື, ບໍ່ຈິງໃຈລາຍງານທາງເຈົ້າໜ້າທີ່ຈະໄດ້ໃຊ້ມາດຕະການທາງດ້ານກົດໝາຍ ເພື່ອນໍາຕົວພວກກ່ຽວມາກວດນໍ້າປັດສະວະເພື່ອຊອກຫາສານເສບຕິດ, ນໍາຕົວມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ທ່ານ ແສງອາລຸນ ແສງອາພອນ ກ່າວວ່າ: ບັນຫາຢາເສບຕິດເປັນໄພອັນຕະລາຍຢ່າງຮ້າຍແຮງຕໍ່ມວນມະນຸດ, ເປັນອຸປະສັກກົດ ໜ່ວງທວງດຶງການສ້າງສາພັດທະ ນາຂອງປະເທດຊາດ, ເປັນບໍ່ເກີດ ຂອງການກໍ່ອາຊະຍາກໍາ, ນໍາເອົາຄວາມສູນເສຍມາສູ່ຊີວິດ, ຊັບສິນ ແລະ ຄອບຄົວຂອງຜູ້ທີ່ພົວພັນກັບ ຢາເສບຕິດ. ຍ້ອນແນວນັ້ນ, ພັກ ແລະ ລັດຖະບານຈຶ່ງໄດ້ຖືເອົາ ວຽກງານການສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ສໍາຄັນ ແລະ ຈໍາເປັນ ໂດຍຊີ້ນໍາ-ນໍາພາທຸກພາກສ່ວນໃນສັງຄົມ, ໃຫ້ມີສ່ວນຮ່ວມປະກອບສ່ວນໃນການແກ້ໄຂບັນຫາດັ່ງກ່າວ.