ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນຕາມກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ໃນວັນ ທີ 15 ມີນາ ຜ່ານມານີ້, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາ ການ ປກສ ແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ, ແຂກຮັບເຊີນ ແລະ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮວ່ມ.

ໃນພິທີ, ພັທ ແກ້ວມະນີ ຈິດຕະນະພັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂ້ໍຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ແລະ ຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ. ໃນນັ້ນ, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 12 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 26 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍ ໂທ ຂຶ້ນ ຮ້ອຍເອກ 24 ສະຫາຍ ຍິງ 8 ສະຫາຍ.

ພັອ ທິບພະຈັນ ໂພໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍຕຳຫຼວດທີ່ໄດ້ຮັບການ ເລື່ອນຊັ້ນຄັ້ງນີ້, ພ້ອມທັງຊີ້ນໍາໃຫ້ທຸກສະຫາຍຍົກສູງຄວາມ ຮັບຜິດຊອບ ແລະ ເສີມຂະຫຍາຍຄວາມສາມັກຄີພາຍໃນໝູ່ຄະນະໃຫ້ແໜ້ນແຟ້ນ, ເປັນແບບຢ່າງນຳໜ້າໃຫ້ພະນັກງານ-ນັກຮົບ, ຊອກຮຽນຮູ້ ແລະ ເກັບກ່ຽວປະສົບການດ້ວຍຕົນເອງຈາກທຸກດ້ານ ເພື່ອສ້າງໃຫ້ຕົນເອງມີຄວາມຊຳນິສຳນານຕໍ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນປັດຈຸບັນກໍຄືສະເພາະໜ້າ ແລະ ຍາວນານໃຫ້ທັນສະໄໝເທື່ອລະກ້າວ.