ໃນວັນທີ 21 ມີນາ 2022, ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ກະຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການສ້າງກົນໄກປະສານງານໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຂັ້ນກົມ, ຂັ້ນພະແນກ ແລະ ວິຊາການສອງພາກສ່ວນ ເຂົ້າຮ່ວມ.

ທ່ານ ຂັນທະວີ ວິໄລສັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຮ່າງເອກະສານ 2 ສະບັບທີ່ສໍາຄັນ ຄື:

ຮ່າງຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະປະສານງານຮ່ວມລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮ່າງບົດບັນທຶກຮ່ວມວ່າດ້ວຍ ກໍານົດກົນໄກປະສານງານໃນການດຳເນີນຄະດີຕາມຂະບວນການຍຸຕິທຳ.

ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມໄດ້ມີຄໍາເຫັນເຈາະຈີ້ມ ພ້ອມດ້ວຍປະກອບຄໍາຄິດ-ຄໍາເຫັນໃສ່ຮ່າງເອກະສານຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ໃນກອງປະຊຸມ ຍັງໄດ້ຕົກລົງເຫັນດີເປັນເອກະພາບຕໍ່ເອກະສານດັ່ງກ່າວ ເປັນຕົ້ນແມ່ນ ເຫັນດີແຕ່ງຕັ້ງ ຄະນະປະສານງານ ເພື່ອເຮັດວຽກຮ່ວມກັນ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນເວລາດຳເນີນຄະດີຮ່ວມກັນ ແລະ ບັນຫາອື່ນໆ; ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ໃຫ້ມີຄວາມເປັນເອກະພາບກັນແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

ນອກນັ້ນ, ຄະນະປະທານ ຍັງໄດ້ຊີ້ນໍາກອງປະຊຸມສະຫຼຸບສັງລວມເອົາຄໍາຄິດຄໍາເຫັນທັງໝົດ ແລ້ວນຳໄປປັບປຸງຮ່າງເອກະສານໃຫ້ມີຄວາມຄົບຖ້ວນສົມບູນ, ສອດຄ່ອງຕາມກົດໝາຍທີ່ໄດ້ກຳນົດໄວ້ ເພື່ອກະກຽມໃຫ້ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ລັດຖະມົນຕີ ກະຊວງກະສິກຳ  ແລະ ປ່າໄມ້ ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນຕໍ່ໜ້າ.