ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນລົງໂທດຄູ່ຮ່ວມຈະບວນການຄະດີທ້າວ ສີສຸກ ທີ່ເປັນຈໍາເລີຍທີ 2 ຊື່ທ້າວ ຜ່ອງສີ ຫຼື ຕິ່ງ ອາຍຸ 44 ປີ ນັກທຸລະກິດ ບ້ານນາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 3 ມີນາ ຜ່ານມາ, ສະຖານການມີຢາເສບຕິດໄວ້ໃນຄອບຄອງ ( ຢາ ໄອສ໌ ), ການຟອກເງິນ ແລະ ການຊື້-ຂາຍຊັບພົນລະເມືອງຢ່າງຜິດກົດໝາຍ ແລະ ການໃຊ້ເອກະສານປອມ; ດັ່ງນັ້ນ, ຜ່ານການຄົ້ນຄວ້າຢ່າງຖີ່ຖ້ວນສານ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຜູ້ກ່ຽວ 7 ປີ 3 ເດືອນ ປັບໃໝ 11.000.000 ກວ່າກີບ ພ້ອມທັງປັບໃໝສາມສ່ວນ ຮ້ອຍຂອງຈໍານວນເງິນທີ່ຟອກ.

ຕາງໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ເປີດເຜີຍການການທໍາຜິດຂອງຈໍາເລີຍ 2 ໃນທີ່ປະຊຸມສານໃຫ້ຮູ້ວ່າ: ທ້າວ ຜ່ອງສີ ນວນນີວົງ ຫຼື ຕິ່ງ ໃຫ້ການສາລະພາບວ່າ: ລົດຈິບຍີ່ຫໍ້ແລນກູເຊີ້ ປ້າຍທະບຽນ ນດ 5599 ແພງນະຄອນ ທີ່ເຈົ້າໜ້າທີ່ກວດ ພົບເຫັນຢາໄອສ໌ ນ້ຳໜັກ 8,8 ກຼາມ ໃນ ວັນທີ 20 ເມສາ 2017 ນັ້ນເປັນລົດຂອງຈຳເລີຍແທ້ ຊື້ໃນປີ 2015 ຈາກ ທ້າວ ເວີນ ໃນລາຄາ 70.000 ໂດລາສະຫະລັດ, ເຊິ່ງເປັນລົດທີ່ເກີດອຸບັດຕິເຫດ ເຮັດໃຫ້ຫົວລົດຫຍຸບແລ້ວເອົາມາສ້ອມແປງນໍາໃຊ້. ມາຮອດເດືອນພະຈິກ 2016, ໄດ້ມີຄົນຮູ້ຈັກກັນຊື່ ທ້າວ ກິດຕິສັກ (ຄົນໄທຂາຍອາໄຫຼ່ລົດ) ໄດ້ຂ້າມມາປະເທດລາວ ຈຶ່ງໄດ້ເຊີນຜູ້ກ່ຽວມາຮ່ວມງານລ້ຽງ ພໍຮອດເວລາ 24:00 ໂມງ ຈຶ່ງໄດ້ຊວນກັນອອກໄປຫຼິ້ນຢູ່ຮ້ານບັນເທີງມາລີນາ ໂດຍໄດ້ຂັບຂີ່ລົດຄົນລະຄັນ, ຈຳເລີຍ 2 ໄດ້ເອົາລົດຈິບຍີ່ຫໍ້ແລນກູເຊີ້ ປ້າຍທະບຽນ ນດ 5599 ກໍາແພງນະຄອນ ໃຫ້ທ້າວ ກິດຕິສັກ ຂັບຂີ່ໄປ ແລະ ຮອດເວລາ 2:00 ໂມງ ຈຶ່ງໄດ້ແຍກທາງກັນກັບບ້ານ; ໃນເວລາກຳລັງຈະກັບນັ້ນ ທ້າວ ກິດຕິສັກ ໄດ້ເກີດອຸບັດຕິເຫດລົດຕຳປ້ອມຍາມຈາລະຈອນຢູ່ໜ້າຫໍຄຳ ຖືກເຈົ້າໜ້າທີ່ກັກລົດໄວ້ຢູ່ນະຄອນບານ 2 ເດືອນ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຂໍເອົາອອກມາສ້ອມແປງ. ວັນທີ 19 ເມສາ 2017, ກໍສ້ອມແປງສຳເລັດ ຜູ້ກ່ຽວຈຶ່ງໄດ້ໃຫ້ ທ້າວ ນູນ ( ພະນັກງານ ) ລ້າງທຳຄວາມສະອາດ ແລ້ວກໍຂັບຂີ່ໄປຈອດຢູ່ບ່ອນຈອດລົດໃນເຮືອນ ແລະ ມື້ຕໍ່ມາ ຈຳເລີຍ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ແລະ ເຈົ້າໜ້າທີ່ໄດ້ທຳການກວດຄົ້ນເຄຫະສະຖານ (ເຮືອນ) ຂອງຈຳເລີຍ 2 ພົບເຫັນຂອງກາງຢາຝິ່ນ ນ້ຳໜັກ 11,3 ກຼາມ ມາດຳເນີນຄະດີ, ກ່ຽວກັບກະສອບລູກປືນອາກາ ທີ່ເຈົ້າໜ້າທີ່ ກວດພົບເຫັນຢູ່ສວນຢາງພາລາ ແລະ ສາງສວນປາມ ຢູ່ບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຈຳນວນ 1.472 ກະສອບ, ກະສອບລູກປືນເຊເປ ຈຳນວນ 742 ກະສອບ ແລະ ມີໝື້ປືນຈຳນວນ 3 ຖົງ ນ້ຳໜັກ 1 ກິໂລກຼາມ, ແກັບໝາກຝ່າ 9 ອັນ, ສາຍຂະນວນໝາກຝ່າ 14 ອັນ, ລູກປືນ 15 ລູກ ແລະ ແກັບລູກປືນ 902,3 ກຼາມ ຈຳເລີຍ ໄດ້ປະຕິເສດວ່າບໍ່ຮູ້ເປັນຂອງບຸກຄົນໃດ. ແຕ່ຜ່ານມາປີ 2013, ຈຳເລີຍ 2 ເຄີຍໄປສ້າງສັນຊຸ່ມ ແຊວຢູ່ສວນດັ່ງກ່າວ ໂດຍມີຈຳເລີຍ 1 ກໍຄື: ທ້າວ ສີສຸກ ແລະ ທ້າວ ໄຊຊະນະ ແກ້ວພິມພາ ຫຼື ວັນລົບ ເຄີຍໄດ້ເອົາປືນແວ໋ງ ມາຍິງຫຼິ້ນ; ໃນນີ້, ທ້າວ ສີສຸກ ໄດ້ຍິງປືນແວ໋ງ ແລະ ທ້າວ ໄຊຊະນະ ແກ້ວພິມພາ ຍິງປືນອາກາຂອງຜູ້ກ່ຽວ ແຕ່ບໍ່ຮູ້ ວ່າປືນດັ່ງກ່າວຈະຍັງຢູ່ກັບພວກກ່ຽວ ຫຼື ບໍ່, ສ່ວນປືນແວ໋ງຂອງຈຳເລີຍ ແມ່ນໄດ້ເອົາໃຫ້ຄົນມາຂາຍປຸ໋ຍໃສ່ສວນຢາງພາລາ ( ບໍ່ຈື່ຊື່ ແລະ ທີ່ຢູ່ ) ຮູ້ແຕ່ຄົນແຂວງສະຫວັນນະເຂດ.

ສະນັ້ນ, ເມື່ອໄດ້ຄົ້ນຄວ້າພິຈາລະນາບັນດາເອກະສານຫຼັກຖານຕ່າງໆໃນສໍານວນຄະດີ ພ້ອມທັງຜົນຂອງການໄຕ່ສວນທີ່ກ່າວມາຂ້າງເທິງ ເຫັນວ່າ: ການກະທໍາຂອງ ທ້າວ ຜ່ອງສີ ນວນນິວົງ ( ຈໍາເລີຍ 2 ) ໄດ້ເຄື່ອນໄຫວນຳໃຊ້ເອກະສານປອມ, ຊື້-ຂາຍລົດ ແລະ ນໍາເຂົ້າລົດ ມາວາງຂາຍ, ເຊິ່ງຈຳເລີຍ 2 ໄດ້ຊື້ລົດມາຂາຍບາງຄັນແມ່ນຮູ້ດີວ່າ ເປັນລົດບໍ່ມີເອກະສານການນໍາໃຊ້ ແຕ່ຈຳເລີຍຍັງເຈດຕະນາຊື້ມາຂາຍ ເພື່ອກິນກຳໄລ ສະແດງອອກຄື: ລົດເກງຍີ່ຫໍ້ເບັ້ນເລ້ ສີຂາວ ປ້າຍທະບຽນ ນມ 1828 ກຳແພງນະຄອນ ທີ່ໄດ້ຊື້ຈາກ ທ້າວ ສົມລວຍ ໂດຍທີ່ຜູ້ກ່ຽວເອົາລົດຍີ່ຫໍ້ BMW ມາເທີນເອົາ ແຕ່ ຈໍາເລີຍໄດ້ຕື່ມເງິນໃສ່ອີກ ຈຳນວນ 30.000 ໂດລາສະຫະລັດ, ເຊິ່ງເປັນລົດເຖື່ອນ (ບໍ່ມີເອກະສານ) ເມື່ອຊື້ມາແລ້ວ ກໍໄດ້ ເອົາປ້າຍທະບຽນທີ່ເປັນຂອງລົດຄັນອື່ນມາສວມໃສ່ ແລະ ຜ່ານການກວດພິສູດແມ່ນເປັນລົດເກງ ເກຍ SONATA ປ້າຍທະບຽນ ນມ 1828 ອອກຊື່ ທ້າວ ສະໄຫວ ຈັນທະວົງ (ເປັນເອກະສານປອມ), ລົດເກງ ຍີ່ຫໍ້ເບັ້ນ ສີດຳ ໝາຍເລກທະບຽນ ມບ 8118 ອອກຊື່ ທ້າວ ຜ່ອງສີ ນວນນິວົງ. ຜ່ານການກວດກາຈາກກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ຢັ້ງຢືນວ່າ ລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ເພັດສະໝອນ ເພັງເມືອງຄູນ ຕາມໃບຢັ້ງຢືນ ສະບັບລົງວັນທີ 4 ກໍລະກົດ 2018, ລົດຂົນສົ່ງຍີ່ຫໍ້ ອີ່ຊູຊູ ສີແດງ ແລະ ລົດກະບະ ຍີ່ຫໍ້ ໄມຕີເອັກ ສີຟ້າຂາວ ປ້າຍທະບຽນ ບຊ 0212 ບໍລິຄຳໄຊ. ຜ່ານການກວດກາ ແມ່ນບໍ່ມີຢູ່ໃນກົງໂຕນຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳ; ເມື່ອໄດ້ເງິນຈາກການຊື້-ຂາຍຊັບຂອງພົນລະເມືອງຢ່າງຜິດກົດໝາຍແລ້ວຈຳເລີຍ ຈຶ່ງນຳເງິນມາຊື້ລົດເບັ້ນເລ້ ສີຂາວ ທີ່ກ່າວມານັ້ນເພື່ອປົກປິດ, ເຊື່ອງອຳທີ່ມາຂອງເງິນທີ່ໄດ້ມາຈາກການກະທໍາຜິດນັ້ນໃຫ້ກາຍເປັນເງິນທີ່ຖືກຕ້ອງຕາມກົດໝາຍ. ນອກຈາກນີ້, ໃນເວລາຈັບຕົວ ແລະ ກວດຄົ້ນ ເຄຫາສະຖານຢູ່ຮ້ານຂາຍລົດ ແລະ ເຮືອນຂອງຈຳເລີຍ ຍັງພົບເຫັນຂອງກາງຢາໄອສ໌ ນ້ຳໜັກ 8,8 ກຼາມ ຢູ່ໃນລົດແລນກຸຍເຊີ້ ຄັນໝາຍເລກທະບຽນ ນດ 5599 ແລະ ພົບເຫັນຢາຝິ່ນ ນ້ຳໜັກ 11,3 ກຼາມ ຢູ່ເຮືອນຕາມຄຳໃຫ້ ການຢູ່ຂັ້ນເຈົ້າໜ້າທີ່.

ທ້າວ ຜ່ອງສີ ນວນນິວົງ ໄດ້ກະທຳ ຜິດຕາມມາດຕາ 2 ຂໍ້ 2 ວັກ 1 ຂອງກົດໝາຍ ວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດໝາຍວ່າ ດ້ວຍຢາເສບຕິດ ສະບັບປີ 2013, ມາດຕາ 64 ວັກ 1, ມາດຕາ 124 ວັກ 2 ແລະ ມາດຕາ 161 ວັກ 2 ຂອງກົດ ໝາຍອາຍາ ສະບັບປີ 2005 ດ້ວຍເຫດຜົນດັ່ງກ່າວ ຄະນະສານອາຍາສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນລົງໂທດຕັດອິດສະລະພາບຈໍາຄຸກຈໍາເລີຍ 7 ປີ 3 ເດືອນ ປັບໃໝ 11.500. 000 ກີບ ແລະ ປັບໃໝສາມສ່ວນຮ້ອຍຂອງຈໍານວນເງິນທີ່ຟອກ; ນອກນັ້ນ, ຕໍ່ກັບພາຫະນະທີ່ໄດ້ມາຈາກການກະທໍາຜິດ ສານຍັງໄດ້ຕັດສິນຮິບເຂົ້າເປັນຂອງລັດ ຄື: ຮິບລົດເກງຍີ່ຫໍ້ ເບັ້ນເລ້ ສີຂາວ ປ້າຍທະບຽນ ນມ 1828 ກຳແພງນະຄອນ, ລົດກະບະຍີ່ຫໍ້ ມິດຊູບີຊິ ສີຂາວ ເລກຈັກ 24BR787806, ເລກຖັງ KM 1454095 ປ້າຍທະບຽນ ບຊ 0212 ບໍລິຄຳໄຊ, ລົດຈັກຍີ່ຫໍ້ BMW ສີປອນເງິນ ເລກຖັງ ENAC43000 -333853559, ລົດກະບະ ຍີ່ຫໍ້ໂຕໂຢຕ້າ ໄມຕີເອັກ ສີຟ້າຂາວ ປ້າຍທະບຽນກຳ ກກ 1911 ແພງນະຄອນ ແລະ ລົດຂົນສົ່ງຍີ່ຫໍ້ອີຊູຊູ ສີແດງ ເລກຈັກ 255961, ເລກຖັງ NPR 58L7131262.