ວຽກງານການສ້າງບ້ານປອດຢາເສບຕິດແມ່ນວຽກງານໜຶ່ງທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານຕິດພັນກັບວຽກງານຕ້ານສະກັດກັ້ນແກ້ໄຂ ປະ ກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດ, ວຽກງານສ້າງບ້ານປອດຢາເສບຕິດ ຈຸດປະສົງຫຼັກແມ່ນເຮັດໃຫ້ທຸກພາກສ່ວນໃນສັງຄົມ ເປັນຕົ້ນອົງການປົກຄອງບ້ານ, ການຈັດຕັ້ງພາກລັດ ແລະ ເອກະຊົນ, ບຸກຄົນ ແລະ ປະຊາຊົນໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ.

ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຕາມແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ປະຕິບັດຕາມລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດວາງອອກໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນນັ້ນ, ກໍເພື່ອເສີມສ້າງຄວາມຍຸດຕິທໍາໃນສັງຄົມ ໂດຍປະຕິບັດຕາມມະຕິຄໍາສັ່ງ, ຂໍ້ຕົກລົງ ແລະ ນິຕິກຳຕ່າງໆຂອງການຈັດຕັ້ງຂັ້ນເທິງກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດສ້າງ ແລະ ປະເມີນບ້ານປອດຢາເສບຕິດ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີຢູ່ບັນດາບ້ານໃນນະຄອນຫຼວງວຽງຈັນ, ເວົ້າລວມ ເວົ້າສະເພາະຢູ່ບ້ານທຸ່ນລົວ ແລະ ບ້ານທ່າເດື່ອສິງຫອມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ໃນວັນທີ 17-24 ມີນາ 2022 ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສ້າງຄອບຄົວບ້ານປ້ອງກັນຄວາມສະຫງົບດີ ເພື່ອແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງດ້ານສັງຄົມ.

ພັທ ຄໍານ້ອຍ ຂຸນອິນທາ ຫົວໜ້າ ປກສ ກຸ່ມ II ບ້ານໂດນ ແລະ ພັທ ໄມຄຳ ວັນນາ ຫົວໜ້າ ປກສ ກຸ່ມ III ດົງກະລືມ ເມືອງປາກງື່ມ ກ່າວວ່າ: ເພື່ອ ເຮັດໃຫ້ບ້ານມີຄວາມສະຫງົບ, ຖືເອົາວຽກງານສະກັດກັ້ນ, ຕ້ານຢາເສບຕິດໃຫ້ກາຍເປັນໜ້າທີ່ ແລະ ພັນທະຂອງປະຊາຊົນທຸກຊັ້ນຄົນ, ຖືເອົາການສ້າງ ແລະ ປະເມີນບ້ານປອດຢາເສບຕິດໃຫ້ກາຍເປັນຈຸດເລີ່ມຕົ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ຫຼຸດລົງເທື່ອລະກ້າວ, ເຮັດໃຫ້ການຕີລາຄາຄຸນນະພາບໃນການສ້າງບ້ານທຸ່ນລົວ ແລະ ບ້ານທ່າເດື່ອສິງຫອມເປັນບ້ານປ້ອງກັນຄວາມສະຫງົບດີ ໃນປີ 2022 ໃຫ້ມີລັກສະນະຍາວນານ ແລະ ຍືນຍົງມີຄຸນນະພາບແທດເໝາະກັບຕົວຈິງ, ເສີມຂະຫຍາຍດ້ານດີຜົນງານທີ່ເຮັດໄດ້, ຈໍາກັດແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ແລະ ປັບປຸງແກ້ໄຂໃຫ້ນັບມື້ດີຂຶ້ນ.

ສຳລັບແຜນການດຳເນີນວຽກງານສ້າງບ້ານປອດຢາເສບຕິດແມ່ນຕ້ອງປະຕິບັດຕາມ 4 ມາດຖານ, 4 ບາດກ້າວ ແລະ 10 ກິດຈະກໍາ, ການຈັດຕັ້ງຕົວຈິງແຕ່ລະມາດຖານ, ບາດກ້າວ ແລະ ກິດຈະກຳແມ່ນໄດ້ມີແຜນການລະອຽດ ແລະ ໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂັ້ນໃນການດໍາເນີນຈັດຕັ້ງປະຕິບັດຕົວຈິງ.

ພັທ ຄໍານ້ອຍ ຂຸນອິນທາ ແລະ ພັທ ໄມຄຳ ວັນນາ ໄດ້ຜ່ານແຜນການຈັດຕັ້ງໃຫ້ພໍ່-ແມ່ປະຊາ ຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະຜ່ານຂໍ້ຕົກລົງ, ແຈ້ງການຂອງເຈົ້າເມືອງ ແລະ ຂອງກອງບັນຊາການ ປກສ ເມືອງປາກງຶ່ມ ແລະ ແຜນວຽກງານຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສ້າງຄອບຄົວບ້ານປ້ອງກັນຄວາມສະຫງົບດີ ເປັນຕົ້ນແມ່ນລົງເກັບກຳສະຖິຕິຈຳນວນພົນແຕ່ລະຄອບຄົວ, ຄົນຫຼຸດ-ຄົນເພີ່ມ, ຄົນໄດ້ຂຶ້ນສຳມະໂນຄົວ, ເກັບກໍາຂຶ້ນບັນຊີຜູ້ທີ່ພົວພັນກັບຢາເສບຕິດ (ພ້ອມທັງເຊີນມາສຶກສາອົບຮົມ), ເກັບກໍາຂຶ້ນບັນຊີຄົນຕ່າງປະເທດທີ່ມາພັກເຊົາມາດຳເນີນທຸລະກິດຄ້າຂາຍ, ປັບປຸງສິດໜ້າທີ່ໃຫ້ ປກສ-ປກຊ ໃຫ້ແທດເໝາະ ແລະ ເຂັ້ມແຂງ, ປັບປຸງໜ່ວຍ 10 ຫຼັງຄາເຮືອນ, ປັບປຸງບຸກຄະລາກອນເປັນຫົວໜ້າ-ຮອງໜ່ວຍ ຄືນໃໝ່ ແລະ ປະເມີນຜົນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ປອດຈາກບັນຫາສິ່ງເສບຕິດທຸກປະເພດ.