ກອງບັນຊາການ ປກສ ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວິຊາສະເພາະ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022, ເປັນປະທານໂດຍ ພັທ ຄຳແດງ ວົງຄຳສອນ ຫົວໜ້າກອງບັນຊາການ ປກສ ເມືອງຈຳປາສັກ, ເຂົ້າຮ່ວມມີ ພັທ ບຸນອ່ຽງ ພັນວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຕາງໜ້າຈາກຫ້ອງການເມືອງ, ແຂກຮັບເຊີນ ພ້ອມດ້ວຍຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງກຸ່ມ, ຫົວໜ້າ-ຮອງໜ່ວຍງານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສີວິໄຊ ສີສະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈໍາປາສັກ ກ່າວວ່າ: 1 ປີຜ່ານມາ, ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໄດ້ຢ່າງເປັນປົກກະຕິຕໍ່ເນື່ອງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ລະບຽບກົດໝາຍຂອງລັດ ຕິດພັນກັບການປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າຫ້າວຫັນ ແລະ ພ້ອມກັນສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຢາເສບຕິດ, ປຸ້ນຊັບ, ຊິງຊັບ, ຂີ້ລັກ, ນັກເລງອັນຕະພານ, ການກໍ່ອາຊະຍາກຳ, ຂັບຂີ່ລົດໄວ, ໃຊ້ສຽງດັງ ການໂຄ ສະນາຊວນເຊື່ອທາງສາດສະໜາ ແລະ ຮີດຄອງປະເພນີ, ບັນຫາອຸບັດຕິເຫດ ຕາມທ້ອງຖະໜົນຫຼວງ ແລະ ບັນຫາອື່ນໆ. ເຊິ່ງໃນ 1 ປີຜ່ານມາ, ທົ່ວເມືອງຈຳປາສັກ ມີຄະດີອາຍາເກີດຂຶ້ນທັງໝົດ 70 ເລື່ອງ, ສາມາດມ້າງໄດ້ 41 ເລື່ອງ, ກັກຕົວຜູ້ ຖືກຫາໄດ້ 90 ຄົນ ຍິງ 19 ຄົນ, ຢຶດຂອງກາງຢາບ້າໄດ້ 8.288 ເມັດ, ຢາໄອສ໌ 17 ຖົງນ້ອຍ, ກັກຕົວຜູ້ຖືກຫາ 17 ຄົນ ຍິງ 9 ຄົນ, ໄດ້ສຶກສາອົບຮົມກຸ່ມມົ້ວສຸມຢາ ເສບຕິດ 76 ຄົນ ຍິງ 2 ຄົນ, ມີອຸບັດຕິເຫດເກີດຂຶ້ນ 33 ເລື່ອງ ມີ 52 ຄົນ ຍິງ 13 ຄົນ, ເສຍຊີວິດ 5 ຄົນ ຍິງ 2 ຄົນ, ເຈັບສາຫັດ 3 ຄົນ, ເຈັບສົມຄວນ 19 ຄົນ ຍິງ 4 ຄົນ ເຈັບເລັກນ້ອຍ 30 ຄົນ, ຍິງ 9 ຄົນ, ພາຫະນະເປ່ເພ 51 ຄັນ, ໃຊ້ການບໍ່ໄດ້ 2 ຄັນ ເພສົມຄວນ 11 ຄັນ, ເພເລັກໜ້ອຍ 38 ຄັນ, ສາເຫດທີ່ພາໃຫ້ເກີດອຸບັດຕິເຫດສ່ວນໃຫຍ່ແມ່ນຍ້ອນດື່ມສິ່ງມຶນເມົາ ແລະ ຂັບຂີ່ປະໝາດ; ມີອັກຄີໄພເກີດ ຂຶ້ນທັງໝົດ 1 ຄັ້ງ, ຜົນເສຍຫາຍເຮືອນ 1 ຫຼັງ, ມູນຄ່າເສຍຫາຍ 30.690.000 ກີບ.

ພັທ ບຸນອ່ຽງ ພັນວົງສາ ໄດ້ຊີ້ນໍາຄະນະກອງບັນຊາການ ປກສ ເມືອງຈໍາປາ ສັກເອົາໃຈໃສ່ເຮັດວຽກງານວິຊາສະເພາະໃຫ້ເຂັ້ມແຂງ, ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ສຸມໃສ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອົາໃຈໃສ່ຮັກສາຄວາມສະ ຫງົບຮອບດ້ານ, ເຮັດໃຫ້ເມືອງມີສະຖຽນລະພາບບໍ່ໃຫ້ມີເຫດການບໍ່ດີທາງດ້ານການເມືອງເກີດຂຶ້ນເດັດຂາດ, ຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມໃຫ້ຢູ່ໃນສະພາບປົກກະຕິ.