ກອງບັນຊາການ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ຈັດພິທີປະກາດປັບປຸງການຈັດຕັ້ງຂຶ້ນໃນອາທິດຜ່ານມາ, ເປັນປະທານໂດຍ ພັທ ພົມມາລາ ຄານລະຫວັນ ຫົວໜ້າກອງບັນຊາການ ປກສ ເມືອງຄູນຄຳ, ມີຮອງຫົວໜ້າກອງບັນຊາການ, ຄະນະກອງບັນຊາການ, ປກສ ເມືອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ບົວວັນ ໄຊຍະເສນ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງນາຍ ແລະ ພົນຕຳ ຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ເມືອງຄູນຄຳ; ໃນນີ້, ໄດ້ແຕ່ງຕັ້ງ ຮທ ນາງ ມິດຕະນາ ພົມມະລາວົງ ເປັນຫົວໜ້າໜ່ວຍງານບໍລິຫານພິທີການ, ແຕ່ງຕັ້ງ ພັທ ບົວວັນ ໄຊຍະເສນ ເປັນຫົວໜ້າພະແນກການເມືອງ ແລະ ພັທ ປາວີ ໄຊຍະແສງ ເປັນຮອງ, ຮຕ ແກ່ນແກ້ວ ວໍລະສານ ເປັນຫົວໜ້າໜ່ວຍງານບໍລິການ-ສັງລວມ, ຮອ ຄຳເພັດ ເຮືອງສົມວັນ ເປັນຫົວໜ້າພະແນກຕຳຫຼວດ, ຮທ ແຫຼ້ ສຸວັນນະລາດ ເປັນຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ. ນອກນັ້ນ, ໃນພິທີຍັງໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຕາມລະບຽບກົດໝາຍ ແລະ ລະບຽບກໍາລັງປ້ອງກັນຄວາມສະຫງົບ; ໃນນີ້, ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ, ສິບເອກ ຂຶ້ນ ວາທີ 2 ສະຫາຍ, ສິບໂທ ຂຶ້ນ ສິບເອກ 1 ສະຫາຍ.

ພັທ ພົມມາລາ ຄານລະຫວັນ ໄດ້ເນັ້ນຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ແລະ ໄດ້ຮັບການເລື່ອນຊັ້ນຄັ້ງນີ້, ຈົ່ງ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນໜ້າທີ່ວຽກງານວິຊາສະເພາະ ເປັນເຈົ້າການນຳພາພະນັກງານ-ນັກຮົບ ປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ໃນເມືອງຄູນຄຳ ໃຫ້ມີຄວາມສະຫງົບໂດຍພື້ນຖານ.