ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021, ເປັນປະທານໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະກົມ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງພ້ອມດ້ວຍ, ສູນ, ພະແນກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ໄດ້ຜ່ານມະຕິຕົກລົງຂອງ ຄະນະພັກກະຊວງ ປກສ ເລກທີ 76/ຄພປກສ ລົງວັນທີ 19 ມັງກອນ 2022 ວ່າດ້ວຍ ການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021; ໃນນີ້, ໜ່ວຍພັກທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ມີ 10 ໜ່ວຍພັກ ຄື:

  • ໜ່ວຍພັກຮາກຖານ ກົມຕໍາຫຼວດນິຕິວິທະຍາ
  • ໜ່ວຍພັກຮາກຖານ ກົມຕໍາຫຼວດສາກົນ
  • ໜ່ວຍພັກຮາກຖານ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ
  • ໜ່ວຍພັກຮາກຖານ ຫ້ອງການ
  • ໜ່ວຍພັກຮາກຖານ ຫ້ອງການເມືອງ
  • ໜ່ວຍພັກຮາກຖານ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ
  • ໜ່ວຍພັກຮາກຖານ ກົມຕຳຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ
  • ໜ່ວຍພັກຮາກຖານ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ
  • ໜ່ວຍພັກຮາກຖານ ສູນຄວບຄຸມກ້ອງວົງຈອນປິດ
  • ໜ່ວຍພັກຮາກຖານ ກົມຕໍາຫຼວດລົດໄຟ

ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ເຊິ່ງໄດ້ຍົກຍ້າຍ ແລະ ແຕ່ງຕັ້ງດັ່ງນີ້:

  • ຍົກຍ້າຍ ພັທ ສັນຕິພາບ ພິມມະສອນ ຈາກ ກົມຕໍາຫຼວດສືບສວນ-ສອບສວນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ
  • ແຕ່ງຕັ້ງ ພັທ ໄຊຊະນະ ພູສະຫວັນ ເປັນ ຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ

ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ເຊິ່ງເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນ ພັທ ຈໍານວນ 2 ສະຫາຍ ຍິງ 1 ສະຫາຍ
  • ຮອ ຂຶ້ນ ພັຕ ຈໍານວນ 8 ສະຫາຍ ຍິງ 1 ສະຫາຍ
  • ຮທ ຂຶ້ນ ຮອ ຈໍານວນ 24 ສະຫາຍ ຍິງ 6 ສະຫາຍ

ນອກຈາກນີ້, ກໍຍັງໄດ້ຜ່ານມະຕິຕົກລົງຂອງ ຄະນະພັກ ກົມໃຫຍ່ຕໍາຫຼວດ ວ່າດ້ວຍ ການຍົກຖານະໜ່ວຍພັກຮາກຖານຂຶ້ນເປັນ ຄະນະພັກຮາກຖານ ແລະ ສ້າງຕັ້ງໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ ໂດຍມີລາຍລະອຽດດັ່ງນີ້:

” ຍົກຖານະໜ່ວຍພັກຮາກຖານ ກົມຕໍາຫຼວດຈະລາຈອນ ຂຶ້ນເປັນ ຄະນະພັກຮາກຖານ ກົມຕໍາຫຼວດຈະລາຈອນ ແລະ ສ້າງຕັ້ງໜ່ວຍພັກຮາກຖານທີ່ຂຶ້ນກັບ ຄະນະພັກຮາກຖານກົມຕໍາຫຼວດຈະລາຈອນ ຈໍານວນ 5 ໜ່ວຍພັກ “