ໃນວັນທີ 20 ມີນາ 2022, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດງານວາງສີລາລືກເປີດໂຄງການກໍ່ສ້າງຂົວມັດຄາ ທີ່ຫ້ວຍຊາຍ ໂຊດ ບ້ານນາກອຍ; ມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມີບັນດາການນຳຂອງນະຄອນ, ນັກທຸລະກິດ, ອອກຕົນຍາດໂຍມທັງສອງບ້ານເຂົ້າຮ່ວມ.

ທ່ານ ປຸນລະນາກ ວັນນະລາດ ຫົວໜ້າຫ້ອງການພາຍໃນນະຄອນໄກສອນ ພົມວິຫານ ກ່າວວ່າ: ຈຸດປະສົງການສ້າງຂົວຫ້ວຍຊາຍໂຊດບ້ານນາກອຍ ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນ ເພື່ອເຮັດໃຫ້ການເດີນທາງໄປມາຄ້າຂາຍ, ໄປພົວພັນວຽກງານ, ໄປຮຽນ, ໄປໂຮງໜໍ, ຂອງປະຊາຊົນ ມີຄວາມສະດວກສະບາຍ ແລະ ມີໄລຍະທາງສັ້ນລົງກວ່າເກົ່າ.

ເຊິ່ງໃນໄລຍະຜ່ານມາຄະນະພັກ, ຄະນະປົກຄອງບ້ານພ້ອມດ້ວຍປະຊາຊົນ ກໍແມ່ນມີຄວາມຄິດທີ່ຢາກກໍ່ສ້າງເສັ້ນທາງແຕ່ບ້ານນາກອຍ ຫາ ບ້ານຊອກ ວາງ ຖ້າສ້າງສຳເລັດຈະເຮັດໃຫ້ການເດີນທາງໄປມາແຕ່ບ້ານຫາເທດສະບານນະຄອນ ຈະມີຄວາມສະດວກ, ໄລຍະທາງ ກໍຈະສັ້ນລົງຕື່ມອີກ ແລະ ຍ້ອນສະພາບຄວາມຫຍຸ້ງຍາກໃນການເດີ່ນທາງໄປ-ມາຂອງປະຊາຊົນລະຫວ່າງບ້ານຕໍ່ບ້ານ, ບ້ານຫາເທດສະບານນະຄອນ ພົບຄວາມຫຍຸ້ງຍາກ ໂດຍສະເພາະລະດູຝົນ, ເວລາຝົນຕົກແຮງເຮັດໃຫ້ຖະໜົນຫົນທາງມີ ແຕ່ຂີ້ຕົມ,ທາງມື່ນເຮັດໃຫ້ການເດີນທາງໄປມາລຳບາກ, ຍ້ອນເຫັນໄດ້ເຖິງຄວາມ ໝາຍຄວາມສຳຄັນ ແລະ ຢາກພັດທະນາພື້ນຖານໂຄງລ່າງຂອງບ້ານ ໂດຍສະເພາະຖະໜົນຫົນທາງ ແລະ ຂົວ.

ມາຮອດວັນທີ 30 ກັນຍາ 202, ເຈົ້ານະຄອນໄກສອນພົມວິຫານ ໄດ້ລົງໄປພົບປະໂອ້ລົມການຈັດຕັ້ງຂອງບ້ານ ແລະ ໄດ້ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຄະນະພັກຜູ້ຊີ້ນຳກຸ່ມບ້ານ, ຫ້ອງການ ຍທຂ ນະຄອນ ໃຫ້ລົງເອົາຂໍ້ມູນສຳຫຼວດອອກແບບກໍ່ສ້າງຂົວຫ້ວຍ ຊາຍໂຊດ, ມາຮອດວັນທີ 23 ພະຈິກ 2021 ໂດຍປະຕິບັດຕາມທິດຊີ້ນໍາຂອງເຈົ້ານະຄອນ, ຜູ້ຊີ້ນຳກຸ່ມບ້ານ, ຫ້ອງການ ຍທຂ ນະຄອນ ຈຶ່ງໄດ້ສົມທົບກັບບ້ານ ເປີດກອງປະຊູມ ເພື່ອທາບທາມຄວາມຄິດເຫັນຂອງຄະນະພັກ, ອຳນາດການ ປົກຄອງບ້ານ, ເຖົ້າແກ່ແນວໂຮມ ແລະ ປະຊາຊົນພາຍໃນບ້ານ ແມ່ນໄດ້ພ້ອມກັນຕັດສິນໃຈມີຄວາມເປັນເອກະພາບສູງ ແລະ ກອງປະຊຸມໄດ້ເອກະພາບກັນລະດົມທຸກຄອບຄົວພາຍໃນບ້ານ 300. 000 ກີບຕໍ່ຄອບຄົວ. ແຕ່ກໍ່ຍັງບໍ່ພຽງພໍກັບມູນຄ່າໃນການກໍ່ສ້າງ.

ມາຮອດວັນທີ 7 ກຸມພາ 2022, ໂດຍໄດ້ຮັບຄວາມເມດຕາຈາກພຣະອາຈານ ຈັນດາ ເຄນສັກດາ ຮອງເຈົ້າຄະນະແຂວງສະຫວັນນະເຂດ, ຍາທ່ານ ສົມຈັນ ທຳມະວາໂລ ເຈົ້າຄະນະ ອພສ ນະຄອນ ພ້ອມດ້ວຍຄະນະ ກໍໄດ້ຮ່ວມກັນປຶກສາຫາລືກັນກັບຄະນະພັກ, ຄະນະປົກຄອງບ້ານຜູ້ຊີ້ນຳກຸ່ມບ້ານ, ຫ້ອງການ ຍທຂ ນະຄອນ ແລະ ບໍລິສັດໜູຄຳກໍ່ສ້າງຂົວ-ທາງຈຳກັດ ກ່ຽວກັບຮູບແບບຂອງຂົວ ແລະ ມູນຄ່າການກໍ່ສ້າງ. ຈາກນັ້ນ, ຈຶ່ງໄດ້ປຶກສາຫາລື ເພື່ອຊອກແຫຼ່ງທຶນມາສົບທົບໃນການກໍ່ສ້າງ, ເຊິ່ງແມ່ນມາຈາກການປະກອບສ່ວນຂອງປະຊາຊົນພາຍໃນບ້ານນາກອຍ, ນັກທຸລະກິດ ແລະ ໄດ້ຈາກການລະດົມຂອງຄູບາອາຈານໃນແຕ່ລະວັດທົ່ວນະຄອນໄກສອນ ພົມວິຫານ ໄດ້ 41.500. 000 ກີບ, ພຣະອາຈານ ຕູ່ຄຳ ເພັດຄຳໃບ ເຈົ້າຄະນະເຂດສົ້ມປ່ອຍເຈົ້າອະທິການວັດສີບຸນເຮືອງດາຣາມ 20 ລ້ານກີບ. ໃນນັ້ນ, ເປັນຂອງປະຊາຊົນພາຍໃນບ້ານນາກອຍ 21.500.000 ກີບ ແລະ ການຄິດໄລ່ອອກແບບເປັນປະເພດຂົວເບເລ ຂະໜາດຄວາມກວ້າງ 5 ແມັດ, ຄວາມຍາວ 21 ແມັດ ແລະ ສາມາດຮັບນ້ຳໜັກສູງສຸດ 8 ໂຕນ ແລະ ມູນຄ່າການກໍ່ສ້າງທັງໜົດ 100 ລ້ານກີບ ແລະ ຄາດວ່າໄລຍະການກໍ່ສ້າງຈະໃຫ້ສຳເລັດພາຍໃນກຳນົດ 1 ເດືອນ ນັບແຕ່ມື້ລົງມືກໍ່ສ້າງ ໂດຍແມ່ນບໍລິສັດ ໜູຄຳກໍ່ສ້າງຂົວ-ທາງຈຳກັດ ເປັນຜູ້ຮັບເໜົາ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍໄດ້ມີຄຳເຫັນກ່າວເປີດໂຄງການ ພ້ອມທັງວາງສີລາລຶກ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການກໍ່ສ້າງຂົວຄັ້ງນີ້.