ໃນວັນທີ 22 ມີນາ 2022, ຄະນະກໍາມາທິການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະແລກປ່ຽນບົດຮຽນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຢູ່ ກອງບັນຊາການ ປກສ ເມືອງໄຊທານີ, ນໍາໂດຍ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີ ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາຄະນະພະແນກ, ຫ້ອງການ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

+ ທ່ານ ບຸນທາມ ພຸດທະວົງສາ ກ່າວວ່າ:

ການລົງພົບປະແລກປ່ຽນໃນຄັ້ງນີ້ ກໍເພື່ອກະກຽມບົດລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ປກສ ເມືອງ ແລະ ຫ້ອງການຍຸຕິທໍາເມືອງ ເພື່ອເປັນບ່ອນອີງໃນການຕິດຕາມ-ກວດກາຂອງ ຄະນະກໍາມາທິການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ການເກັບກໍາສະພາບບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃນແຕ່ລະຂອບເຂດຂອງເມືອງ ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.

+ ໂອກາດດັ່ງກ່າວ, ພັທ ຈັນເພັງ ແກ້ວປະເສີດ ລາຍງານວ່າ:

ໃນ 1 ປີຜ່ານມາ, ຍັງມີຫຼາຍບັນຫາທີ່ເກີດຂຶ້ນ ເຊັ່ນ: ບັນຫາການຄ້າຂາຍ-ເສບຢາເສບຕິດ, ການປຸ້ນຊັບ, ຊີງຊັບ, ລັກຊັບ, ຍັກຍອກ, ສໍ້ໂກງ, ບັນຫາອຸບັດຕິເຫດ, ອັກຄີໄພ, ການສັນຈອນແອອັດ, ບັນຫາຂໍ້ຂັດແຍ່ງທີ່ດິນ ແລະອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນໄພຂົ່ມຂູ່ ແລະ ມີຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ໄດ້ສ້າງຜົນເສຍຫາຍຕໍ່ຊີວິດ-ຊັບສິນຂອງພົນລະເມືອງເປັນຈໍານວນຫຼາຍ ສະແດງອອກໃນໄລຍະຜ່ານມາ ຄື:

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງໄຊທານີ ສາມາດແກ້ໄຂຄະດີອາຍາທີ່ເກີດຂຶ້ນໄດ້ ຈໍານວນ 262 ເລື່ອງ ຈາກຄະດີຈໍານວນ 286 ເລື່ອງ. ໃນນັ້ນ, ສາມາດຈັບຕົວຜູ້ຖືກຫາມາດໍາເນີນຄະດີໄດ້ ຈໍານວນ 326 ຄົນ ຍິງ 32 ຄົນ, ສະເລ່ຍຜົນເສຍຫາຍມີເງິນ 2.505 ລ້ານກວ່າກີບ, ຄໍາຮູບປະພັນ 13 ບາດ, ສາຍແອວທອງນາກ 10 ບາດ, ສາຍແອວເງິນ 30 ບາດ, ລົດຈັກ 183 ຄັນ, ອາວຸດຈໍານວນໜຶ່ງ ແລະອື່ນໆ.

ສໍາລັບຄະດີຢາເສບຕິດ ສາມາດແກ້ໄຂໄດ້ 247 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 338 ຄົນ ຍິງ 32 ຄົນ ແລະ ແກ້ໄຂຈຸດມົ້ວສຸມຢາເສບຕິດໄດ້ 95 ເລື່ອງ ກັກຕົວຜູ້ຖືກຫາໄດ້ 173 ຄົນ ຍິງ 39 ຄົນ. ໃນນັ້ນ, ສາມາດຢຶດຂອງກາງຢາບ້າໄດ້ 1.292.834 ເມັດ, ຢາໄອສ໌ 61 ກວ່າກຼາມ, ເຮໂຣອິນ 387 ກຼາມ, ປືນສັ້ນ 2 ກະບອກ, ລົດໃຫຍ່ 4 ຄັນ, ລົດຈັກ 29 ຄັນ ແລະ ອຸປະກອນການເສບອີກຈໍານວນໜຶ່ງ.