ສອງສ່ຽວຮ່ວມກັນປຸ້ນຊັບ (ລົດຈັກ) ຢູ່ເສັ້ນທາງເຂດບ້ານສະຫວ່າງ ໄດ້ໃຊ້ມີດຟັນຜູ້ເສຍຫາຍບາດເຈັບແລ້ວຫຼົບໜີ, ເຈົ້າໜ້າທີ່ລົງຊັນນະສູດສະຖານທີ່ເກີດເຫດ ພ້ອມກວດກາກ້ອງວົງຈອນປິດ ຈຶ່ງກໍານົດເປົ້າໝາຍກໍ່ເຫດໄດ້. ມາຮອດວັນທີ 18 ມີນາ 2022 ກໍສາມາດຈັບ ທ້າວ ໂຕ່ບີ່ ອາຍຸ 27 ປີ ວ່າງງານ ຢູ່ບ້ານໜອງປີງ ເມືອງຈັນທະບູລີ, ສ່ວນຜູ້ກໍ່ເຫດອີກ 1 ຄົນ ຍັງຫຼົບໜີ.

ພັທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ:

ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ວ່າມີຄົນຮ້າຍ 2 ຄົນ ໃຊ້ມີດປຸ້ນເອົາລົດຈັກ ຢູ່ເສັ້ນທາງເຂດບ້ານສະຫວ່າງ ໃນເວລາ 1:00 ໂມງກາງຄືນຂອງວັນທີ 13 ມີນາ 2022, ເຮັດໃຫ້ເຈົ້າຂອງຊັບໄດ້ຮັບບາດເຈັບ; ຈາກນັ້ນ, ຈຶ່ງແຕ່ງຕັ້ງໜ່ວຍງານວິຊາສະເພາະລົງສົມທົບກັບກຸ່ມບ້ານ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ທີ່ປະຈໍາຢູ່ພື້ນທີ່ດັ່ງກ່າວ ເກັບກໍາຂໍ້ມູນ ແລະ ກໍານົດໄດ້ເປົ້າໝາຍກໍ່ເຫດ. ມາຮອດວັນທີ 18 ມີນາ 2022 ກໍສາມາດຕິດຕາມຈັບ ທ້າວ ໂຕ່ບີ່ ອາຍຸ 27 ປີ ຢູ່ບ້ານໜອງປີງ ເມືອງຈັນທະບູລີ ມາສອບສວນ.

ຜ່ານການສອບສວນໃນເບື້ອງຕົ້ນ, ທ້າວ ໂຕ່ບີ່ ສາລະພາບວ່າ: ໄດ້ຮ່ວມກັບໝູ່ອີກ 1 ຄົນ ກໍ່ເຫດປຸ້ນຊັບ (ລົດຈັກ) ຢູ່ເສັ້ນທາງເຂດບ້ານສະຫວ່າງ, ແຕ່ເຈົ້າຂອງຊັບຕໍ່ສູ້ ຈຶ່ງໄດ້ໃຊ້ມີດຟັນຖືກມືເຈົ້າຂອງຊັບ; ໃນຂະນະຕໍ່ສູ້ ແລະ ຍາດເອົາກະແຈລົດຢູ່ນັ້ນ ໄດ້ມີລົດຈັກ ແລະ ລົດໃຫຍ່ຂອງປະຊາຊົນຈອດ ເພື່ອຈະເຂົ້າມາຊ່ວຍຈຶ່ງພາກັນຫຼົບໜີ.

ຜູ້ຖືກຫາ ສາລະພາບອີກວ່າ: ຜ່ານມາເຄີຍຖືກຄຸກມາແລ້ວ 5 ປີ (2014-2019) ຢູ່ຄ້າຍຄຸມຂັງ ເມືອງຈັນທະບູລີ ໃນຂໍ້ຫາຄ້າຂາຍຢາເສບຕິດ; ພາຍຫຼັງພົ້ນໂທດອອກມາ ກໍໄດ້ກັບຄືນມາພົວພັນເສບຢາເສບຕິດອີກ. ການລົງມືປຸ້ນຊັບໃນຄັ້ງນີ້ ກໍເພື່ອປຸ້ນເອົາລົດໄປຂາຍເອົາເງິນໄປຊື້ຢາເສບຕິດມາເສບ ແລະ ເຕີມຢຸສເຊີຫຼິ້ນເກມອອນລາຍ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ກຳລັງຕິດຕາມຈັບຜູ້ຮ່ວມກໍ່ເຫດອີກໜຶ່ງຄົນທີ່ເອົາຕົວຫຼົບໜີ ມາດໍາເນີນຄະດີຕາມກົດໝາຍ.