ກະຊວງ ປກສ ຮ່ວມກັບ ບໍລິສັດບໍລິການຝຶກຊ້ອມຍິງປືນ 5 ເມສາ ຈັດການແຂ່ງຂັນກິລາຍິງປືນຊິງຂັນ ທ່ານລັດຖະມົນຕີ (ລມຕ) ກະຊວງ ປກສ ໃນວັນທີ 25 ມີນາ 2022 ທີ່ສະໜາມຝຶກຊ້ອມຍິງປືນ 5 ເມສາ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 61 ປີ, ເປັນປະທານໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ແລະ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດບໍລິການຝຶກຊ້ອມຍິງປືນ 5 ເມສາ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ແຂກຮັບເຊີນ, ພະນັກງານອາວຸໂສບໍານານ, ຄະນະກົມກອງ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ໃນພິທີ, ພັອ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ກ່າວວ່າ:

ໂດຍປະຕິບັດຕາມແຜນການກະກຽມສ້າງຂະບວນການຕ່າງໆ ເນື່ອງໃນໂອກາດຂໍ່ານັບຊົມເຊີຍ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 61 ປີ, ການເປີດຂະບວນການແຂ່ງຂັນກິລາຍິງປືນ ຂັ້ນກະຊວງ ປກສ ຂຶ້ນໃນຄັ້ງນີ້ ແມ່ນຢູ່ໃນຊ່ວງທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມສູ້ຊົນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຕິດພັນກັບການສ້າງຜົນງານ, ຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຂອງພັກ, ຂອງຊາດ, ໂດຍສະເພາະແມ່ນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 61 ປີ ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງດ້ວຍເງື່ອນໄຂການດຳລົງຊີວິດແບບໃໝ່; ພ້ອມນັ້ນ, ຍັງສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ວ່າລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ.

ການແຂ່ງຂັນກິລາໃນຄັ້ງນີ້ ມີທັງໝົດ 4 ສາຍ ຄື:

  • ສາຍ VIP
  • ສາຍຄະນະພັກ-ຄະນະນໍາກະຊວງ ປກສ
  • ສາຍການນໍາອະວຸໂສບໍານານປະຕິວັດ
  • ສາຍກົມກອງອ້ອມຂ້າງກະຊວງ ປກສ

ຜ່ານການແຂ່ງຂັນກິລາ ຜົນປະກົດວ່າ:

+ ສາຍ VIP:

  • ຊະນະເລີດໄດ້ແກ່ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ
  • ອັນດັບ 2 ແມ່ນ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ
  • ອັນດັບ 3 ແມ່ນ ທ່ານ ສີສຸພັນ ສີວັນທອງ ຫົວໜ້າກົມການເງິນ ອົງການໄອຍະການປະຊາຊົນສູງສຸດ

+ ສາຍຄະນະພັກ-ຄະນະນໍາ ກະຊວງ ປກສ:

  • ຊະນະເລີດໄດ້ແກ່ ພົຈວ ສົມລິດ ດາວ ຮຸ່ງສຸລິ
  • ອັນດັບ 2 ແມ່ນ ພັອ ພອນໄຊ ຍົດສົມບັດ
  • ອັນດັບ 3 ແມ່ນ ພົຈວ ສົມພົງ ຂໍາວິລຸນ

+ ສາຍການນໍາອະວຸໂສບຳນານປະຕິວັດ:

  • ຊະນະເລີດໄດ້ແກ່ ພົຈວ ດວງປີ ດາມະນີວົງ
  • ອັນດັບ 2 ແມ່ນ ພົຈວ ຄໍາໄຕ ຄໍາແພງເພັດ
  • ອັນດັບ 3 ແມ່ນ ພັອ ບຸນພາ ນັນທະວົງ

+ ສາຍກົມກອງອ້ອມຂ້າງ ກະຊວງ ປກສ:

  • ຊະນະເລີດໄດ້ແກ່ ພັທ ພອນທິບ ພັນທະວົງ
  • ອັນດັບ 2 ແມ່ນ ພັທ ພັດທະນາ ຜາລີຈັນ
  • ອັນດັບ 3 ແມ່ນ ພັທ ຈັນທະລີວອນ ໂຄດຄໍາລັງ