ສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ວາງທິດທາງແຜນການປະຈໍາປີ 2022 ໃນວັນທີ 18 ມີນາ 2022 ເປັນປະທານໂດຍ ພັທ ນາງ ຂັນທະລີ ຂັນທະຍອດ ປະທານສະຫະພັນແມ່ຍິງຮາກຖານ ປກສ ແຂວງ, ເຂົ້າ ຮ່ວມມີ ພັທ ຈັນໄຊ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີແຂກຖືກເຊີນ, ຄະນະໜ່ວຍຊາວໜຸ່ມ, ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.

ໃນຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານໂດຍໃນໄລຍະ ຜ່ານມາ, ຄະນະສະຫະພັນແມ່ຍິງ ຮາກຖານໄດ້ ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວ ຄິດເປັນວຽກງານສຳຄັນ ເພື່ອເຮັດໃຫ້ສະມາຊິກສະຫະພັນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ເຊື້ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ເຊິ່ງມັນ ໄດ້ສະແດງອອກໃນ 1 ປີຜ່ານມາ ດ້ານວຽກງານ ນະໂຍບາຍ ໄດ້ຮັບນະໂຍບາຍດ້ານຕ່າງໆເປັນຕົ້ນໃນເວລາເກີດລູກ, ເຈັບເປັນນອນໂຮງໝໍ ແລະ ນະໂຍບາຍດ້ານອື່ນໆຊ່ວຍເຫຼືອ ເປັນເງິນທັງໝົດ 8.113.000 ກີບ, ຊຸກຍູ້ຊ່ວຍເຫຼືອສະມາຊິກ ແມ່ຍິງຕິດໂຄວິດ ແລະ ແພດໝໍປະຈຳຢູ່ສູນກັກ ກັນເປັນເງິນ 400.000 ກີບ, ໄດ້ໄປຍົກລະດັບວຽກງານວິຊາສະເພາະຊັ້ນກາງ ຈຳນວນ 1 ສະຫາຍ, ເປັນເຈົ້າການຊຸກຍູ້ຕິດຕາມການຄຸ້ມຄອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ມີຄວາມ ເຂັ້ມແຂງ ແລະ ຢືນຍົງມາຮອດປັດຈຸບັນ, ມີສະ ມາຊິກກອງທຶນທັງໝົດ 260 ສະຫາຍ, ມີເງິນກອງທຶນທັງໝົດ 66.907.000 ກີບ ( ຫົກສິບ ຫົກລ້ານເກົ້າແສນເຈັດພັນກີບ ) ນອກນັ້ນ, ຍັງໄດ້ຊຸກຍູ້ການຜະລິດສ້າງເສດຖະກິດຄອບຄົວ ເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ, ຫັດຖະກຳ ແລະ ອື່ນໆ ເພື່ອສ້າງລາຍຮັບໃຫ້ ແກ່ຄອບຄົວ. ການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ຂອງສະຫະ ພັນແມ່ຍິງລາວ ໄດ້ປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງຕິດຕາມຊຸກຍູ້ ແລະ ສະຫຼຸບປະເມີນ ຜົນ, ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີສາມາດ ຄັດເລືອກໄດ້ສະມາຊິກ 3 ດີ 248 ສະຫາຍ ແລະ ສະມາຊິກ 2 ດີ 11 ສະຫາຍ, ປຸກລະດົມສະມາຊິກສະຫະພັນແມ່ຍິງປະກອບສ່ວນທາງດ້ານວັດຖຸ, ເງິນ, ເຄື່ອງໃຊ້ຕ່າງ ເພື່ອໄປມອບໃຫ້ພະນັກງານລົງກໍ່ສ້າງຮາກຖານປະຈຳເມືອງຫີນບູນ ລວມມູນຄ່າ 1.092. 000 ກີບ.

ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ, ສືບຕໍ່ປັບປຸງກົກຈັກການຈັດຕັ້ງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງສະຫະພັນແມ່ຍິງແຕ່ລະໜ່ວຍໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ສືບຕໍ່ປຸກລະດົມຊຸກຍູ້ສະມາຊິກສະຫະພັນແມ່ຍິງໃຫ້ຜະລິດ ແລະ ສ້າງເສດຖະກິດຄອບຄົວອີງຕາມ ຖ້າແຮງບົ່ມຊ້ອນຂອງໃຜລາວທີ່ຖືກຕ້ອງຕາມລະບຽບ, ກົດໝາຍ, ສືບຕໍ່ຈັດຕັ້ງປະຕິບັດເຜີຍແຜ່ ແລະ ເຊື່ອມຊືມເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ສະມາຊິກສະຫະພັນແມ່ຍິງໃຫ້ກ້ວາງຂວາງກາຍ ເປັນຄວາມຮັບຮູ້ ແລະ ເຂົ້າໃຈໃນທົ່ວສັງຄົມຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.