ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີຝຶກຊ້ອມເດີນສວນສະໜາມທົດລອງໃຫຍ່ ໃນວັນທີ 23 ມີນາ 2018 ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ກົມໃຫຍ່ຕຳຫຼວດ ຄົບຮອບ 42 ປີ (23 ເມສາ 1976-23 ເມສາ 2018) ເພື່ອເຮັດໃຫ້ບັນດາກ້ອນກຳລັງທີ່ເຂົ້າຮ່ວມການສະແດງມີຄວາມເປັນເອກະພາບກັນ ແລະ ມີຄວາມຄ່ອງແຄ້ວຖືກຕ້ອງຈົບງາມ, ໂດຍການເຂົ້າຮ່ວມຂອງ ພັອ ຄຳຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຜູ້ຊີ້ນຳວຽກງານຂະບວນການມີຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ຕຳຫຼວດເຂົ້າຮ່ວມ.

ການຝຶກຊ້ອມໃຫຍ່ຄັ້ງນີ້, ເພື່ອເປັນການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສ້າງຕັ້ງ ກົມໃຫຍ່ຕຳຫຼວດ ຄົບຮອບ 42 ປີ ໃຫ້ເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ. ດັ່ງນັ້ນ, ຈຶ່ງໄດ້ຈັດພິທີເດີນສວນສະໜາມທົດລອງໃຫຍ່ ເພື່ອສະແດງໃນການສະເຫຼີມສະຫຼອງວັນສ້າງຕັ້ງກົມໃຫຍ່ຕຳຫຼວດ.


ພັອ ຄຳຮຸ່ງ ແສງປະເສີດ ໃຫ້ຮູ້ວ່າ: ບັນດາກ້ອນກຳລັງທີ່ຈະເຂົ້າຮ່ວມການສະແດງໃນຄັ້ງນີ້ ມີທັງໝົດ 13 ກ້ອນກຳລັງ ໂດຍໃຊ້ກຳລັງ ທັງໝົດ 380 ສະຫາຍ, ຜ່ານການຝຶກຊ້ອມສະແດງຕົວຈິງເຫັນວ່າແຕ່ລະກ້ອນກຳລັງມີຄວາມພ້ອມພຽງເປັນຢ່າງດີ ແລະ ມີຄວາມພ້ອມແລ້ວ 100% ທີ່ຈະສະແດງໃນວັນສະເຫຼີມສະຫຼອງວັນສ້າງຕັ້ງກົມໃຫຍ່ຕຳຫຼວດ ຄົບຮອບ 42 ປີ ທີ່ຈັດຂຶ້ນໃນວັນທີ 27 ມີນາ 2018 ທີ່ຈະມາເຖິງນີ້.