ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດສຳເລັດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານປ້ອງກັນສູນກາງ ຮຸ່ນທີ X ໃຫ້ກຳລັງທົດແທນ ປະຈຳປີ 2018 ທີ່ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ໃນວັນທີ 23 ມີນາ 2018, ເປັນກຽດເຂົ້າຮ່ວມໂດຍ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີ ພັທ ແສງຈັນ ແກ້ວມີໄຊ ຫົວໜ້າໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ, ມີຕາງໜ້າຈາກກົມໃຫຍ່ການເມືອງ ປກສ, ບັນດາຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກສໍາມະນາກອນກໍຄືກຳລັງທົດແທນ ຈຳນວນ 22 ສະຫາຍ ຍິງ 11 ສະຫາຍ.

ພັຕ ດໍາດວນ ກາຫອມ ຮອງຫົວໜ້າໂຮງຮຽນ ປກສ ຊັ້ນຕົ້ນ ປ້ອງກັນສູນກາງ ໄດ້ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ຕະຫຼອດໄລຍະບັນດາພະນັກງານຄູ-ອາຈານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຂັ້ມງວດ ເປັນຕົ້ນແມ່ນໄດ້ສ້າງຕາຕະລາງກໍານົດເວລາຮຽນ ແລະ ຂຶ້ນຫ້ອງສອນຢ່າງຖືກຕ້ອງຕາມການກໍານົດ, ລະບຽບຂອງໂຮງຮຽນ ແລະ ລະບຽບຂອງກໍາລັງປ້ອງກັນຄວາມ ສະຫງົບຢ່າງເຂັ້ມງວດ; ຜ່ານການຈັດຕັ້ງປະຕິບັດແຜນການດັ່ງກ່າວ ຈຶ່ງເຮັດໃຫ້ນັກສໍາມະນາກອນສາມາດຮັບຮູ້-ເຂົ້າໃຈໄດ້ເປັນຢ່າງດີ ໂດຍສະເພາະຮຽນຮູ້ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ທິດສະດີສະເພາະປ້ອງກັນສູນກາງ, ສີລະປະຍຸດ, ຍຸດທະວິທີຄວາມຮູ້ພື້ນຖານການນໍາໃຊ້ອາວຸດ ແລະ ອື່ນໆ, ເຊິ່ງມັນສະແດງອອກໃນພາກປະຕິບັດຕົວຈິງຂອງການລົງສະໜາມຝຶກແອບ ແລະ ຍິງປືນ, ສອບເສັງກ່ຽວກັບວຽກງານວິຊາສະເພາະປ້ອງກັນສູນກາງ ສາມາດປະເມີນຜົນການສອບເສັງໄດ້ຄະແນນດີຫຼາຍ ມີ 6 ສະຫາຍ ເທົ່າກັບ 27,27%, ຄະແນນດີ ມີ 16 ສະຫາຍ ເທົ່າກັບ 72,72%, ເຊິ່ງເລີ່ມຝຶກອົບຮົມ ມາແຕ່ວັນທີ 12 ກຸມພາ 2018.

ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 506/ປກ ວ່າດ້ວຍການສັບຊ້ອນພະນັກງານ-ນັກຮົບ ໃຫ້ຢູ່ບັນດາກົມກອງທີ່ເຫັນວ່າມີຄວາມຕ້ອງການບຸກຄະລາກອນເຂົ້າໃນວຽກງານວິຊາສະເພາະ ໃນນີ້, ຫົວໜ້າກອງບັນຊາການປ້ອງກັນສູນກາງຕົກລົງສັບຊ້ອນໃຫ້ ກອງຮ້ອຍ 10 ຈຳນວນ 7 ສະຫາຍ ຍິງ 3 ສະຫາຍ, ກອງຮ້ອຍ 7 ມີ 4 ສະຫາຍ ຍິງ 1 ສະຫາຍ, ຫ້ອງພະລາທິການ 2 ສະຫາຍ ແລະ ໃຫ້ຫ້ອງການ, ຫ້ອງເສນາ, ກອງຮ້ອຍ 4, ກອງຮ້ອຍ 5 ແລະ ກອງຮ້ອຍ 6 ກອງລະ 1 ສະຫາຍ, ສ່ວນອີກ 3 ສະຫາຍ ແມ່ນພະນັກງານພາຍໃນກອງບັນຊາການປ້ອງກັນສູນກາງ.


ໂອກາດດຽວກັນນີ້ ພັອ ຄໍາເກື່ອງ ຜິວວັນນາ ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ຜ່ານການຝຶກອົບຮົມ ຈໍານວນ 22 ສະຫາຍ ພ້ອມທັງຊົມເຊີຍຕໍ່ກັບຜົນສໍາເລັດຂອງນັກສຳມະນາກອນທີ່ສາມາດຮັບຮູ້-ເຂົ້າໃຈໄດ້ດີຕໍ່ກັບການສຶກສາຮໍ່າຮຽນ ແລະ ເກັບກ່ຽວເອົາປະສົບການດ້ານວຽກງານວິຊາສະເພາະປ້ອງກັນສູນກາງ ພ້ອມທັງເນັ້ນໜັກຕໍ່ບັນດານັກສຳມະນາກອນແຕ່ລະສະຫາຍຈົ່ງພ້ອມກັນສືບຕໍ່ຝຶກຝົນຮໍ່າຮຽນທາງດ້ານວຽກງານວິຊາສະເພາະທີ່ຮຽນມາເປັນປົກກະຕິ, ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດເປັນຕົ້ນ ແມ່ນການປ້ອງກັນການນໍາພັກ-ລັດ, ປ້ອງກັນກອງປະຊຸມ, ແຂກຕ່າງປະເທດ ແລະ ບັນດາສໍານັກງານ-ອົງການຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມປອດໄພ 100%.