ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງເຊກອງ ນຳໂດຍ ທ່ານ ພົຈວ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ, ເລຂາພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ເຂົ້າອວຍພອນທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງເຊກອງ ໃນວັນທີ 5 ເມສາປີ 2022 ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 61 ປີ.

ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບທົ່ວກຳລັງ ປກສ ແຂວງ ທີ່ໄດ້ທຸມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະແມ່ນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນບັນຫາຂີ້ລັກງັດແງະ, ບັນຫາຢາເສບຕິດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະອື່ນໆ ນັບມື້ຫຼຸດໜ້ອຍຖອຍລົງ ເຮັດໃຫ້ແຂວງເຊກອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມສາ ມັກຄີປອງດອງ, ພື້ນຖານໂຄງລ່າງ, ເສດຖະກິດ, ວັດທະນະທຳ-ສັງຄົມນັບມື້ມີການພັດທະນາ ແລະ ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.

ພ້ອມນີ້ ທ່ານເຈົ້າແຂວງເຊກອງ ໄດ້ມີຄຳເຫັນຊີ້ນຳໂດຍເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີການນຳພາ-ຊີ້ນຳວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກເຮົາໃນໄລຍະໃໝ່, ເພີ່ມທະວີການນຳພາ-ຊີ້ນຳການປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດຂອງຕົນ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດຕາມເປົ້າໝາຍແຜນການທີ່ພັກ-ລັດຖະບານວາງໄວ້.