ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໃນວັນທີ 5 ເມ ສາ 2022 ເຊິ່ງໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ 8 ບັນຫາສໍາຄັນ ເພື່ອສືບຕໍ່ປັບປຸງ ແລະ ແກ້ໄຂບັນດາວຽກງານທີ່ສໍາຄັນໃຫ້ບັນລຸເປົ້າໝາຍວາງໄວ້.

1. ຕ້ອງຍົກສູງບົດບາດການນຳພາຂອງພັກ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການສຶກສາອົບຮົມທາງດ້ານການເມືອງ-ແນວຄິດສະມາຊິກພັກ, ພະນັກງານ, ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຢ່າງກວ້າງຂວາງ ທົ່ວເຖິງ ແລະ ເລິກເຊິ່ງ.

2. ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມາເປັນມະຕິກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ ຕສ ໂດຍຫັນເປັນແຜນງານ, ໂຄງການ, ມະຕິ, ຄຳສັ່ງ, ກົນໄກ, ລະບອບລະບຽບການໃຫ້ເປັນອັນລະອຽດ ແລະ ຄຽງຄູ່ກັນນັ້ນ ໃຫ້ຖືເອົາວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈິຕອນເປັນປາຍແຫຼມ ແລະ ເປັນວຽກບູລິມະສິດໃນການພັດທະນາເສດຖະກິດ-ສັງຄົມ.

 3. ເພີ່ມທະວີວຽກງານປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ, ສ້າງມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໃໝ່ ໃຫ້ຮັບປະກັນໄດ້ທາງດ້ານຄຸນນະພາບ, ສູ້ຊົນສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຕາມທິດທາງແຜນການທີ່ກໍານົດໄວ້ ໂດຍຖືເອົາຄຸນນະພາບເປັນກົກ.

4. ເອົາໃຈໃສ່ຊີ້ນຳ-ນຳພາວຽກງານບຳລຸງ-ກໍ່ສ້າງພະນັກງານ ໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ, ມີຄຸນສົມບັດສິນທຳປະ ຕິວັດ ແລະ ຄວາມຮູ້ທາງດ້ານວິຊາສະເພາະຢ່າງໜັກແໜ້ນ ສາມາດຮັບຮອງໜ້າທີ່ວຽກງານໃນໄລຍະໃໝ່.

5. ເອົາໃຈໃສ່ນຳພາວຽກງານປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຫັດ, ມີບົດບາດ, ໜ້າທີ່ ແລະ ຂອບເຂດສິດຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ, ບໍ່ປົນເປບໍ່ທັບຊ້ອນກັນ ຫຼື ກ້າວກ່າຍພາກສ່ວນອື່ນ, ປັບປຸງແລ້ວໃຫ້ສາມາດດໍາເນີນການໄປໄດ້ຢ່າງຄ່ອງຕົວ ແລະ ບັນລຸໜ້າທີ່ການເມືອງໃນແຕ່ລະໄລຍະ ຢ່າງມີປະສິດທິຜົນສູງ.

6. ຕ້ອງສຸມໃສ່ຊີ້ນຳ-ນໍາພາປັບປຸງນິຕິກຳເກົ່າທີ່ບໍ່ສອດຄ່ອງ ແລະ ສ້າງນິຕິກຳໃໝ່ໃຫ້ພຽງພໍ ສາມາດຮັບຮອງວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ.

7. ສືບຕໍ່ຊຸກຍູ້ບັນດາບໍລິສັດລັດວິສາຫະກິດດ້ານໄປສະນີ ແລະ ໂທລະຄົມມະນາຄົມ ຂະຫຍາຍເຄືອຂ່າຍການບໍລິການໄດ້ຢ່າງທົ່ວເຖິງ, ແຂ່ງຂັນດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍ, ເສຍພາສີ, ອາກອນ ແລະ ປະກອບສ່ວນມອບພັນທະໃຫ້ລັດ ໃຫ້ໄດ້ຕາມແຜນການ ຫຼື ລື່ນຄາດໝາຍທີ່ກໍານົດໄວ້.

8. ເພີ່ມທະວີປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກ ໃຫ້ຖືກຕ້ອງຕາມກົດລະບຽບພັກ, ຍຶດໝັ້ນ ແລະ ປະຕິບັດຫຼັກການລວມ ສູນປະຊາທິປະໄຕນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ.

ກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາ ຄະນະພັກ ກະຊວງ ຕສ ຊຸດໃໝ່ ຈໍານວນ 21 ສະຫາຍ ຈາກການລົງສະໝັກ 26 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ໄດ້ເປັນເອກະສັນເລືອກເອົາດັ່ງນີ້:

  • ສະຫາຍບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ເປັນ ເລຂາ
  • ສະຫາຍ ປອ ສັນຕິສຸກ ສິມມາລາວົງ ເປັນ ຮອງເລຂາ ແລະ ເປັນ ປະທານກວດກາພັກ
  • ສະຫາຍ ເຮີງເຊັງ ເຢຍປໍເຮີ, ສະຫາຍ ສະກຸນຄໍາ ແກ້ວບຸນຍາສິດ ແລະ ສະຫາຍ ນາງ ສຸພາລັກ ສີລາເພັດ ເປັນ ຮອງປະທານກວດກາພັກ