ພິທີເປີດການນຳໃຊ້ ຫ້ອງການປະສານງານຕ້ານອາຊະຍາກຳຂ້າມຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2022, ກ່າວມອບໂດຍ ພັອ ຫງວຽນ ຫົງເຍິດ ຫົວໜ້າກອງບັນຊາການຕຳຫຼວດ ແຂວງກອນຕູມ ສສ ຫວຽດນາມ ແລະ ກ່າວຮັບໂດຍ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ, ເຂົ້າຮ່ວມເປັນສັກຂີພະຍານມີ ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ, ມີຫົວໜ້າບໍລິສັດຮັບເໝົ່າກໍ່ສ້າງ, ພະນັກງານທີ່ກ່ຽວຂ້ອງ ແລະ ນາຍບ້ານ ເຂົ້າຮ່ວມ.

ຫ້ອງການປະສານງານຕ້ານອາຊະຍາກຳຂ້າມຊາຍແດນ ລາວ-ຫວຽດນາມ ຕັ້ງຢູ່ ແຂວງເຊກອງ ສປປ ລາວ, ມີແຜນກໍ່ສ້າງທັງໝົດ 5 ຫຼັງ ຢູ່ບ້ານດາກປຼາໃໝ່, ບ້ານດາກປຼາເກົ່າ, ບ້ານດາກປາເນີ, ບ້ານບຼອງໃຫຍ່ ແລະ ບ້ານບຼອງນ້ອຍ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານອາຊະຍາກຳຂ້າມຊາດ, ອາຊະຍາກຳຄ້າ-ຂາຍເຖື່ອນ, ອາຊະຍາກຳເຄື່ອນຍ້າຍ-ຂົນສົ່ງສິ່ງເສບຕິດຂ້າມຜ່ານຊາຍແດນຂອງສອງແຂວງ ເຊກອງ-ກອນຕູມ ເຊິ່ງສິ່ງດັ່ງກ່າວສະແດງໃຫ້ພວກເຮົາເຫັນໄດ້ວ່າ:

ບັນຍາກາດແຫ່ງການຈັດຕັ້ງເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຍິ່ງເພີ່ມທະວີຄວາມໜັກແໜ້ນເຂັ້ມແຂງ; ນອກນີ້, ສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຍັງໄດ້ສົ່ງຜົນກະທົບໂດຍກົງຕໍ່ສອງປະເທດ ລາວ-ຫວຽດນາມ, ເຮັດໃຫ້ການໄປມາຫາສູ່ພົບຄວາມຫຍຸ້ງຍາກລໍາບາກ ແຕ່ສອງພັກ-ສອງລັດຖະບານ ເວົ້າລວມ ເວົ້າສະເພາະ ສອງແຂວງ ກໍຄື ສອງກອງບັນຊາການ ປກສ ແຂວງເຊກອງ-ກອງບັນຊາການ ປກສ ແຂວງກອນຕູມ ພວກເຮົາຍັງສືບຕໍ່ພົວພັນປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ລາຍງານສະພາບການຮອບດ້ານໃຫ້ເຊິ່ງກັນແລະກັນຮັບຊາບ ເພື່ອຈະເປັນສິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ກໍຄື ສອງກອງບັນຊາການ ປກສ ແຂວງເຊກອງ ແລະ ກອງບັນຊາການ ປກສ ແຂວງກອນຕູມ ນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ ການປ້ອງກັນ, ສະກັດກັ້ນ ແລະ ຕ້ານອາຊະຍາກໍາຕາມຊາຍແດນຂອງສອງປະເທດ ທັງເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບ ໃຫ້ເແກ່ປະຊາຊົນຢູ່ລຽບບໍລິເວນຊາຍແດນ, ເຮັດໃຫ້ຊາຍແດນແຫ່ງນີ້ ກາຍເປັນຊາຍແດນແຫ່ງສັນຕິພາບ ທັງເປັນສັນຍາລັກແຫ່ງຄວາມສາມັກຄີຮັກແພງລະຫວ່າງປະຊາຊົນສອງປະເທດ.