ກົມຕຳຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບ ພາຍໃຕ້ຫົວ ຂໍ້: ” ສ້າງພະນັກງານສືບສວນ-ສອບສວນ ໃຫ້ໂປ່ງໃສ, ຍຸຕິທຳ ແລະ ເປັນມືອາຊີບ ” ໃນວັນທີ 31 ມີນາ ຫາ ວັນທີ 1 ເມສາ 2022, ເປັນປະທານໂດຍ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ, ມີຮອງຫົວໜ້າກົມ, ຄະນະກົມ, ຕາງໜ້າຫ້ອງການເມືອງ, ພະແນກ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ແມ່ນປະຕິບັດຕາມ 4 ແຜນງານໃຫ່ຍ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກ ກໍຄື ຈັດຕັ້ງປະຕິບັດ 1 ແຜນ ງານ, 2 ແຜນຍຸດທະສາດ, 4 ໂຄງການ ແລະ 17 ວຽກງານຈຸດສຸມ ໃນການເຮັດວຽກງານວິຊາສະເພາະສືບສວນ-ສອບສວນຊີ້ນຳມະຫາພາກຕາມສາຍຕັ້ງ ແລະ ດຳເນີນຄະດີອາຍາທົ່ວໄປໃນຂອບເຂດສິດຂອງຕົນ.

ທັງນີ້, ກໍເພື່ອຕອບຕ້ານພວກກຸ່ມຄົນບໍ່ດີໄດ້ສວຍໃຊ້ພະນັກງານ, ຊ່ອງຫວ່າງທາງກົດໝາຍ ແລະ ກົດລະບຽບຕ່າງໆທີ່ບໍ່ທັນຮັດກຸມ, ຕ້ານກັບເຈົ້າໜ້າທີ່ ແລະ ຕີຕົວເຂົ້າຫາຜູ້ມີບົດບາດ ເພື່ອປ້ອງກັນການກະທຳຜິດຂອງພວກເຂົາ, ເຄື່ອນໄຫວເປັນກຸ່ມແກ້ງ, ມີເຄືອຂ່າຍ, ມີວິທີການເລິກແລບນຽບນຽນກວ່າເກົ່າ ເຊິ່ງມີຫຼາຍສະພາບການທີ່ເກີດຂຶ້ນ ພົ້ນເດັ່ນໃນສັງຄົມທີ່ແກ້ບໍ່ຕົກ ເປັນຕົ້ນແມ່ນ ບັນຫາລັກຊັບ (ລົດຈັກ-ລົດໃຫຍ່), ປຸ້ນຈີ້-ຊິງຊັບ, ຄາດຕະກຳ, ຈັບຕົວຮຽກຄ່າໄຖ່, ການພະນັນຕ້ອງຫ້າມ-ພະນັນອອນລາຍ, ອາຊະຍາກຳຄອມພິວເຕີ ແລະອື່ນໆ ທີ່ຕິດພັນກັບ ບັນຫາຢາເສບຕິດ.

ການເປີດຊຸດຝຶກອົບຮົມຄັ້ງນີ້ ໄດ້ຮຽນຮູ້ຈັນຍາບັນ ແລະ ຈັນຍາທຳຂອງເຈົ້າໜ້າທີ່ສືບສວນ-ສອບສວນ, ການປະກອບຫຼັກຖານໃນຄະດີອາຍາ, ຄວາມຮູ້ພື້ນຖານໃນການສືບສວນ-ສອບສວນການກໍ່ອາຊະຍາກຳທາງຄອມພິວເຕີ, ການສະຫຼຸບຄະດີໃຫ້ຮັບປະກັນດ້ານຫຼັກການວິຊາສະເພາະ ແລະ ການໄຈ້ແຍກອົງປະກອບຂອງການກະທຳຜິດທາງອາຍາໃນບົດລາຍງານ ຫຼື ບົດສະຫຼຸບຄະດີອາຍາ.