ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 61 ປີ ( 5 ເມສາ 1961-5 ເມສາ 2022 ) ໃນວັນທີ 1 ເມສາ 2022, ປາຖະກະຖາໂດຍ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງ ເຊກອງ, ມີຮອງຫົວໜ້າກອງບັນຊາການ, ຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ສົມໄຊ ພູລະຄຳມະນີ ໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 61 ປີຜ່ານມາ, ດ້ານທາດແທ້ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບ ແມ່ນກຳລັງປະກອບອາວຸດອັນແຫຼມຄົມ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ນຳພາເດັດຂາດ, ໂດຍກົງຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເວລາໃດກໍມີມູນເຊື້ອຕໍ່ສູ້ຢ່າງອົງອາດກ້າຫານ, ມີນ້ຳໃຈເສຍສະຫຼະເດັດດຽ່ວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປືກແຜ່ນແໜ້ນໜາ.

ພົຈວ ສົມໄຊ ພູລະຄຳມະນີ ຍັງກ່າວອີກວ່າ: ການປາຖະກະຖາຄັ້ງນີ້ ເພື່ອໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມມູນເຊື້ອແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບຕະຫຼອດໃນໄລຍະ 61 ປີ, ພ້ອມ ທັງກຳແໜ້ນ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.