ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງອັດຕະປື ໄດ້ແກ້ໄຂ ແລະ ທໍາລາຍທໍ່ລົດ ແລະ ຢາງຕີນລົດຈັກທີ່ມີການດັດແປງສະພາບເຕັກນິກ, ເຊິ່ງທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງ ທີ່ກວດກາ ແລະ ກັກເຂົ້າມາ ໄວ້ຫ້ອງການ ຈຳນວນ 20 ຄັນ, ພິທີການທໍາລາຍດັ່ງກ່າວ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 31 ມີ ນາ 2022, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ພັທ ທອງຄູນ ສຸວັນນະເພັດ ຫົວໜ້າພະແນກຈາລະຈອນ ປກສ ແຂວງ ພ້ອມດ້ວຍເຈົ້າໜ້າທີ່ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພັທ ທອງຄູນ ສຸນນະເພັດ ໄດ້ໃຫ້ຮູ້ວ່າ: ຜ່ານການລົງເຄື່ອນໄຫວຕິດຕາມກວດກາ ສາມາດກັກລົດຈັກທີ່ໄດ້ມີການດັດແປງສະພາບເຕັກນິກໄດ້ທັງໝົດຈຳນວນ 20 ຄັນ ໂດຍຜູ້ຂັບຂີ່ແມ່ນແມ່ນຍັງໃນກຸ່ມເຍົາວະຊົນ-ໄວໜຸ່ມ. ພ້ອມນັ້ນ, ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນຕໍ່ຜູ້ຂັບຂີ່ ແລະ ມອບລົດຄືນໃຫ້ເຈົ້າຂອງເດີມແລ້ວ ຈຳນວນ 16 ຄັນ, ແຕ່ລະຄັນແມ່ນໄດ້ມີການດັດແປງສະພາບເຕັກນິກຂອງລົດໃຫ້ກັບມາເປັນສະພາບເດີມຄືເກົ່າ. ໃນໄລຍະ 1 ປີ 2021-2022 ນີ້, ເພື່ອເຮັດໃຫ້ການສັນຈອນຕາມເສັນທາງຫຼວງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ, ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດຕິເຫດ, ເຊິ່ງເປັນສາເຫດເຮັດໃຫ້ເກີດມີການສູນເສຍຊັບສິນ, ການບາດເຈັບ ແລະ ການເສຍຊີວິດ; ພະແນກຈາລະຈອນ ປກສ ແຂວງ, ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດ, ຂອບເຂດສິດທີ່ການຈັດຕັ້ງພັກ-ລັດໄດ້ມອບໝາຍໃຫ້ຢ່າງຕັ້ງໜ້າ ໂດຍສະເພາະວຽກງານຈະລາຈອນທາງບົກ, ໃຫ້ລະບຽບຮຽບຮ້ອຍໃນການຂັບຂີ່ລົດຕາມເສັ້ນທາງຖະໜົນຫຼວງ, ເພື່ອຫຼີກລ່ຽງ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດຕິເຫດ, ເຊິ່ງຈະເຮັດໃຫ້ເກີດມີການສູນເສຍຊັບສິນ ແລະ ຊີວິດຂອງລູກຫຼານເຍົາວະຊົນ, ຊາວໝຸ່ມໄວໜຸ່ມ, ພໍ່-ແມ່ປະຊາຊົນບັນ ດາເຜົ່າ ເວົ້າລວມ, ເວົ້າສະເພາະ ຢູ່ພາຍໃນແຂວງອັດຕະປື; ໃນນັ້ນ, ວຽກງານການກວດກາ ແລະ ແກ້ໄຂລົດຈັກທີ່ມີການດັດແປງສະພາບເຕັກນິກ ກໍເປັນວຽກງານໜຶ່ງທີ່ສໍາຄັນທີ່ພະແນກຈະລາຈອນ ປກສ ແຂວງອັດຕະປື ໄດ້ເອົາໃຈໃສ່ ເປັນຕົ້ນແມ່ນທີ່ເກີດຂຶ້ນໃນສັງຄົມຕົວເມືອງ ໂດຍສະເພາະໃນ ກຸ່ມເດັກ-ເຍົາວະຊົນ, ຊາວໝຸ່ມ, ໄວໜຸ່ມ ທີ່ຍັງມີຄວາມຄຶກຄະນອງ, ໄດ້ມີການດັດແປງສະພາບເຕັກນິກ ເຊັ່ນ: ໃສ່ຕີນລົດນ້ອຍ, ໃສ່ທໍ່ລົດສຽງດັງ, ຂີ່ແຂ່ງກັນເປັນກຸ່ມກ້ອນຕາມເສັ້ນທາງຫຼວງ, ທັງກາງເວັນ ແລະ ກາງຄືນ ກໍ່ໃຫ້ເກີດສຽງດັງນັນລົບກວນປະຊາຊົນ, ເຮັດໃຫ້ການສັນຈອນບໍ່ມີຄວາມເປັນລະບຽບ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ.

ຕໍ່ກັບບັນຫານີ້, ເຈົ້າໜ້າທີ່ພະແນກຈະລາຈອນແຂວງ ໄດ້ມີການຈັດຕັ້ງເຄື່ອນໄຫວລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນທາງບົກໃຫ້ກັບເຍົາວະ ຊົນ, ຊາວໝຸ່ມ-ໄວໜຸ່ມ ຢູ່ບັນດາໂຮງຮຽນມັດທະຍົມສຶກສາສົມບູນແຫ່ງຕ່າງໆພາຍໃນແຂວງຢ່າງທົ່ວເຖິງ ແລະ ໂຮງຮຽນເຕັກນິກວິຊາຊີບແບບປະ ສົມອີກ 1 ແຫ່ງ ໂດຍການປະສານສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ, ລວມທັງສົມທົບອຳນາດການປົກຄອງທ້ອງຖິ່ນແຕ່ລະບ້ານ, ເພື່ອເຮັດໃຫ້ເຍົາວະຊົນ, ຊາວໝຸ່ມ-ໄວໜຸ່ມ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍ, ຄວາມສໍາຄັນຂອງການປະຕິບັດລະບຽບກົດ ໝາຍການໃຊ້ລົດ-ໃຊ້ຖະໜົນ ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງຕົນເອງ, ຄອບຄົວ ແລະ ສັງຄົມ; ພ້ອມນັ້ນ, ກໍໄດ້ມີການແຕ່ງຕັ້ງໜ່ວຍງານວິຊາການລົງ ເຄື່ອນໄຫວຕິດຕາມກວດກາຢູ່ຕາມປ້ອມ ແລະ ບາງຈຸດຕາມເສັ້ນທາງຫຼວງຢ່າງຕໍ່ເນື່ອງ.

ເຈົ້າໜ້າທີ່ໄດ້ຖືເອົາໂອກາດດັ່ງກ່າວ ແນະນໍາໃຫ້ພໍ່-ແມ່, ຜູ້ປົກຄອງເອົາໃຈໃສ່ເປັນເຈົ້າການຕື່ມໃນການສຶກສາອົບຮົມໃຫ້ແກ່ລູກຫຼານຂອງຕົ ໃຫ້ມີເຂົ້າໃຈນຳໃຊ້ລົດ-ໃຊ້ຖະໜົນ ໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍ, ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງຕົນເອງ, ຄອບຄົວ ແລະ ສັງຄົມ.