ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງ ປກສ ກຸ່ມ 7 ໜອງບຶກຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ພົບເຫັນເປົ້າໝາຍພົວພັນຄ້າ-ຂາຍ ແລະ ເສບຢາເສບຕິດ 25 ຄົນ. ໃນນັ້ນ, ເປົ້າໝາຍຂາຍຢາເສບຕິດ 6 ຄົນ ເປົ້າໝາຍເສບຢາເສບຕິດ 19 ຄົນ.

ພັທ ວຽງມະນີ ແກ້ວມະນີ ຫົວໜ້າ ປກສ ກຸ່ມ 7 ໜອງບຶກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນໂອກາດຈັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ສ້າງ ແລະ ປະເມີນຄອບຄົວບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໃນວັນທີ 24 ມີນາ 2022 ວ່າ: ພາຍຫຼັງມີນິຕິກໍາຂອງກົມການເມືອງສູນກາງພັກ, ລັດຖະບານ, ສະພາແຫ່ງ ຊາດ, ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາຄະນະ ພັກແຕ່ລະຂັ້ນຕໍ່ກັບການສະກັດກັ້ນ ແລະ ແກ້ ໄຂບັນຫາຢາເສບຕິດ ແລະ ຂໍ້ຕົກລົງຂອງເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍແຜນຜັນຂະຫຍາຍ ແລະ ແບ່ງງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຂອງນະ ຄອນຫຼວງວຽງຈັນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ປະຕິບັດຖືກຕ້ອງຕາມຄຳສັ່ງແນະນຳຂອງຂັ້ນເທິງ ແລະ ລະບຽບກົດໝາຍ,.

ກອງບັນຊາການ ປກສ ເມືອງສີໂຄດຕະບອງ ຈຶ່ງໄດ້ກຳນົດເອົາບ້ານຊຳເກດເປັນບ້ານທົດລອງ, ປກສ ກຸ່ມ ໄດ້ປະສານສົມທົບກັບອຳນາດການປົກຄອງບ້ານ ເພື່ອນຳເອົາເອກສານສານລົງມາເຜີຍແຜ່ໃຫ້ອຳ ນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າອຳນາດການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນໃຫ້ການຮ່ວມມືເປັນຢ່າງດີ ຈຶ່ງສາມາດເກັບກຳຂຶ້ນບັນຊີເປົ້າໝາຍຢາເສບຕິດໄດ້ທັງໝົດ 25 ຄົນ ຍິງ 3 ຄົນ, ໃນນັ້ນ ເປົ້າໝາຍຄ້າ-ຂາຍມີ 6 ຄົນ ຍິງ 2 ຄົນ ( ໄດ້ແກ້ໄຂ ແລະ ສົ່ງ ປກສ ເມືອງສີໂຄດຕະບອງແລ້ວ ); ເປົ້າໝາຍເສບຢາ ເສບຕິດມີ 19 ຄົນ, ຍິງ 1 ຄົນ, ສຶກສາອົບຮົມ ແລ້ວ 2 ຄັ້ງ, ມີເປົ້າໝາຍເຂົ້າ ຮ່ວມ 19 ຄົນ ຍິງ 1 ຄົນ ແລະ ມີຜູ້ປົກຄອງເຂົ້າ ຮ່ວມຮັບຟັງ 19 ຄົນ ຍິງ 1 ຄົນ (ຜ່ານການສຶກສາອົບຮົມມີຜູ້ຢຸດ ເຊົາ 1 ຄົນ). ວຽກງານແກ້ໄຂຢາເສບຕິດ ປກສ ກຸ່ມໜອງບຶກ ໄດ້ສົມທົບກັບການຈັດຕັ້ງບ້ານແກ້ໄຂເປົ້າໝາຍ ຄ້າຂາຍຢາເສບຕິດໄດ້ 6 ຄົນ ຍິງ 2 ຄົນ, ສາດມາດເກັບກຳ ແລະ ປະເມີນຜົນຄອບຄົວ ປ້ອງກັນຄວາມສະຫງົບດີ ແລະ ປອດຢາເສບຕິດ ມີ 430 ຄອບຄົວ, ມີຈໍານວນພົນ 2.151 ຄົນ ຍິງ 1.075 ຄົນ, ຄອບຄົວທີ່ປະເມີນບໍ່ຜ່ານ ແລະ ພົວພັນກັບຢາເສບຕິດມີ 25 ຄອບຄົວ, ຈຳນວນ ພົນ 132 ຄົນ ຍິງ 63 ຄົນ.

ທ່ານ ນາງ ຂັນທະລີ ສຸພັນທະວົງ ນາຍບ້ານ ບ້ານຊຳເກດ ໃຫ້ຮູ້ວ່າ: ບ້ານຊຳເກດປະກອບມີ 26 ໜ່ວຍ, ມີ 477 ຫຼັງຄາເຮືອນ, ມີ 455 ຄອບ ຄົວ ແລະ ມີພົນລະເມືອງ 2.283 ຄົນ ຍິງ 1.138 ຄົນ, ວຽກງານຈັດສັນຄວາມເປັນລະບຽບຮຽບ ຮ້ອຍ ແລະ ຕິດພັນກັບວາລະແຫ່ງຊາດແກ້ໄຂ ຢາເສບຕິດບ້ານຊໍາເກດ ມີຈຸດສັບສົນ 1 ຈຸດຄື: ຕະຫຼາດລາວສຳພັນ ເຮັດໃຫ້ມີການເຄື່ອນໄຫວ ຂອງກຸ່ມເປົ້າໝາຍຈຳນວນໜຶ່ງ, ມີຄວາມສຽ່ງ, ເປັນຈຸດຫຼ່ໍແຫຼມ. ດັ່ງນັ້ນ, ການຈັດຕັ້ງບ້ານໄດ້ ຈັດຕັ້ງກຳລັງ ປກສ ບ້ານ ລົງປະຈຳເຮັດວຽກງານ ປ້ອງກັນທຸກວັນ, ເຮັດວຽກງານໂຄສະນາຕາມທິດ ຊີ້ນຳຂອງຂັ້ນເທິງເປັນປະຈຳດ້ວຍ 3 ຮູບການຄື: ຜ່ານໂທລະໂຄ່ງຂອງບ້ານ, ໃຊ້ເຄື່ອງສຽງຕິດລົດ ເລາະໄປແຕ່ລະຮ່ອມ ແລະ ເປີດບັ້ນເຜີຍແຜ່ໂຄສະນາຢູ່ຫ້ອງ ການບ້ານ ໂດຍນຳເອົາເນື້ອໃນວາລະແຫ່ງຊາດ ແລະ ນິຕິກໍາທີ່ກຽ່ວຂ້ອງກັບຜົນຮ້າຍ ຂອງຢາເສບຕິດເປັນເນື້ອໃນໂຄສະນາ, ເຊິ່ງມີຜູ້ເຂົ້າຮ່ວມ 1.283 ຄົນ ຍິງ 838 ຄົນ.

ພັທ ວຽງມະນີ ແກ້ວມະນີ ໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັບເຮັດໃຫ້ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດມີປະສິດ ທິພາບ ແລະ ມີປະສິດທິຜົນສູງ ປກສ ກຸ່ມ ຈະສືບຕໍ່ປະສານສົມທົບກັບອຳນາດການປົກຄອງໃນການສືບຕໍ່ຄົ້ນຫາບັນດາເປົ້າໝາຍທີ່ເກີດຂຶ້ນໃໝ່, ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ລົງປັບປຸງໜ່ວຍ 10 ຫຼັງຄາເຮືອນ, ຂະຫຍາຍກຳລັງ ປກສ ບ້ານ, ນອກນັ້ນ ກໍຈະສຸມໃສ່ຄຸ້ມຄອງ ແລະ ກຳແໜ້ນປະຊາຊົນ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນເພີ່ມ, ຄົນຫຼຸດ, ຄົນຍົກຍ້າຍອອກ ແລະ ຍົກຍ້າຍເຂົ້າມາພັກອາໄສ, ເກັບກຳຕາມປື້ມສຳມະໂນຄົວ, ນຳພາສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຮ່ວມກັບອຳນາດການປົກຄອງບ້ານ.