ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດກອງຊຸມສະຫຼຸບວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ II ເພື່ອດໍາເນີນການກວດກາ, ປະເມີນຜົນການເຄື່ອນໄຫວຕົວຈິງຂອງພະນັກງານ-ລັດຖະກອນ ພາຍໃນອົງການໄອຍະການປະຊາຊົນ ໃນວັນທີ 7-8 ເມສາ 2022, ເປັນປະທານໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ-ຄະນະນຳອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ

+ ທ່ານ ຈັນທະບູນ ເພັງຄຳໃສ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຈັດຕັ້ງ-ກໍ່ສ້າງພັກ-ພະນັກງານທົ່ວປະເທດ 5 ປີ ແລະ ທິດທາງແຜນການ (2021-2025) ວ່າ:

ອົງການໄອຍະການປະຊາຊົນ ໄດ້ສຸມໃສ່ການປັບປຸງການຈັດຕັ້ງແຕ່ລະຂັ້ນ ໃຫ້ເປັນລະບົບ, ສອດຄ່ອງກັບກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ໂດຍກຳນົດຕໍາແໜ່ງງານ ແລະ ກຳນົດພະນັກງານນຳພາ-ຄຸ້ມຄອງທົ່ວລະບົບອົງການໄອຍະການປະຊາຊົນໃຫ້ຈະແຈ້ງ, ຖືກຕ້ອງ, ເປັນລະບົບ, ໜັກແໜ້ນ ແລະ ເຂັ້ມແຂງ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດສິດ, ພາລະບົດບາດຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນໃຫ້ສູງຂຶ້ນ ໂດຍສະເພາະແມ່ນຕ້ອງໄດ້ເອົາໃຈໃສ່ໃນການສ້າງ ແລະ ປັບປຸງກົງຈັກການຈັດຕັ້ງຢູ່ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ ໃຫ້ເປັນລະບົບຄົບຊຸດຖືກຕາມກົດໝາຍ.

ນອກນັ້ນ, ຄະນະພັກ ຕ້ອງມີຄວາມຕັດສິນໃຈໃນການປັບປຸງການສັບປ່ຽນບ່ອນປະຈຳການ ໃຫ້ສອດຄ່ອງຕົວຈິງ, ຕັດສິນໃຈຫັນເອົາພະນັກງານຂັ້ນສູນກາງລົງສູ່ທ້ອງຖິ່ນ, ເພີ່ມທະວີການຄົ້ນຄວ້າ, ຄັດເລືອກ, ບັນຈຸ, ສັບຊ້ອນ ແລະ ນຳໃຊ້ພະນັກງານໃຫ້ສົມຄູ່ລະຫວ່າງໜ້າທີ່ວຽກງານກັບຄວາມຮູ້ຄວາມສາມາດຂອງພະນັກງານ ແລະ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ແມ່ນໃຫ້ສົມຄູ່ທາງດ້ານຈຳນວນ ແລະ ຄຸນນະພາບເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນແຕ່ລະໄລຍະ.

ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ ຄະນະນຳແຕ່ລະຂັ້ນ ກໍຄື ສະມາຊິກພັກ-ພະນັກງານຜູ້ທີ່ເຮັດວຽກງານຈັດຕັ້ງຢູ່ອົງການໄອຍະການປະຊາຊົນທຸກສະຫາຍ ຈົ່ງພ້ອມກັນຕັດສິນໃຈອົດທົນຜ່ານຜ່າອຸປະສັກ ແລະ ມີຄວາມເປັນເອກະພາບສູງຕໍ່ການຈັດຕັ້ງຢູ່ຂົງເຂດວຽກງານໄອຍະການປະຊາຊົນ ເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆ ເກີດຂຶ້ນໃນວຽກງານພະນັກງານ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກປະຊາຊົນ.