ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດທົ່ວປະເທດ ປະຈຳປີ 2022 ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ປອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ມີບັນດາຄະນະພັກ-ຄະນະກົມ, ແຂກຮັບເຊີນ, ຫົວໜ້າ-ຮອງພະແນກ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ພັອ ປອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ

ພັທ ບຸນເພັງ ອິນທະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະ ເອກະສານຕ່າງໆທີ່ຈະເປີດຊຸດຝຶກອົບຮົມ ວ່າ:

ຊຸດອົບຮົມໄດ້ດຳເນີນເປັນເວລາ 5 ວັນ, ມີນັກສໍາມະນາກອນ 40 ສະຫາຍ ຍິງ 2 ສະຫາຍ, ໂດຍມີຄູ-ອາຈານຂຶ້ນຫ້ອງພາຍໃນກົມກອງ ແລະ ຈາກພາກສ່ວນອື່ນຜັດປ່ຽນກັນແລກປ່ຽນບົດຮຽນແບບກົງໄປກົງມາ ເຊິ່ງເນື້ອໃນບົດສອນມີຈັນຍາບັນ-ຈັນຍາທຳຂອງເຈົ້າໜ້າທີ່ສືບສວນ-ສອບສວນ, ແຜນຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023), ກົດໝາຍວ່າດ້ວຍຢາເສບຕິດ, ເອກະສານວຽກງານບໍລິຫານ-ສັງລວມ, ຮຽນລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ທິດສະດີວຽກງານຢາເສບຕິດ, ວຽກງານສືບຄົ້ນຫາ, ຊັນນະສູດເປົ້າໝາຍລະແວງສົງໃສ, ສ້າງລາຍຄະດີສະເພາະ, ກໍ່ສ້າງ ແລະ ນຳໃຊ້ຕາໜ່າງປິດລັບໃຫ້ໄດ້ຮັບຜົນດີ, ວຽກງານມ້າງຄະດີການຈູ່ໂຈມຈັບກຸມ, ເຕັກນິກການສືບສວນ-ສອບສວນ, ການກວດຄົ້ນພາຫະນະ ແລະ ເຄຫະສະຖານ, ການເກັບຮັກສາເຄື່ອງຂອງກາງຄະດີ ແລະ ທົດລອງຢາເສບຕິດເບື້ອງຕົ້ນ, ເອກະສານໂຄສະນາເຜີຍແຜ່ຜົນຮ້າຍຢາເສບຕິດ ແລະ ສາເຫດທີ່ພາໃຫ້ຕິດຢາເສບຕິດ.

ພາຍຫຼັງໄດ້ຮຽນຮູ້ບັນດາເອກະສານສໍາເລັດແລ້ວ ກໍໄດ້ມີການສອບເສັງປະເມີນຜົນການຮຽນ-ການສອນ, ສະຫຼຸບຕີລາຄາ ແລະ ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້.