ໃນວັນທີ 8 ເມສາ 2022, ພົອ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຈາກ ທ່ານ ໂພລແຄລີ ເອກອັກຄະລັດຖະທູດແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມຄະນະ ເພື່ອສະແດງຄວາມຊົມເຊີຍໃນໂອກາດສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022).

ພົອ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ການເຂົ້າຢ້ຽມຂ່ຳນັບໃນຂອງ ທ່ານເອກອັກຄະລັດຖະທູດແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນຮ່ວມມືຂອງ ສປປ ລາວ ກັບ ອົດສະຕຣາລີ ທີ່ມີມາແຕ່ດົນນານ, ຕະຫຼອດຮອດການຮ່ວມມືຂອງ ສອງກໍາລັງປ້ອງກັນຄວາມສະຫງົບ.

ເຊິ່ງໃນໄລຍະຜ່ານມາ, ອົດສະຕຣາລີ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານການບໍາລຸງ-ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບລາວ ເປັນຕົ້ນແມ່ນ ດ້ານພາສາອັງກິດ, ການຊ່ວຍເຫຼືອການຕ້ານອາຊະຍາກໍາຂ້າມຊາດ, ການຟອກເງິນ, ການໂອນເງິນຂ້າມຊາດ, ການກວດສອບເອກະສານກວດຄົນເຂົ້າ-ອອກເມືອງ, ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຊ່ວຍເຫຼືອດ້ານອຸປະກອນເຂົ້າໃນການຕິບັດວິຊາສະເພາະຈໍານວນໜຶ່ງ.

ຈາກການຊ່ວຍເຫຼືອດັ່ງກ່າວ, ກະຊວງ ປກສ ກໍໄດ້ນໍາໃຊ້ໃຫ້ເກີດປະສິດທິຜົນສູງສຸດ ພ້ອມນີ້ຍັງໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ເຊິ່ງໄດ້ຮັບຜົນສໍາເລັດເປັນກ້າວໆ.

ໂອກາດດັ່ງກ່າວ ທ່ານເອກອັກຄະລັດຖະທູດແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ກໍໄດ້ມອບກະຕ່າດອກໄມ້ໃຫ້ ທ່ານລັດຖະມົນຕີ ກະຊວງ ປກສ ເພື່ອສະແດງຄວາມຂໍ່ານັບ ແລະ ຊົມເຊີຍໃນໂອກາດສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ.