ພິທີປະກາດບ້ານທ່ານາແລ້ງ ເປັນບ້ານປ້ອງກັນຊາດເຂັ້ມແຂງ, ບ້ານທີ 5 ຂອງເມືອງຫາດຊາຍຟອງ ແລະ ເປັນບ້ານທີ 42 ຂອງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ເຂົ້າຮ່ວມ ໂດຍ ທ່ານ ບຸນເພັງ ສີນະວົງພອນ ເຈົ້າ ເມືອງຫາດຊາຍຟອງ, ພັອ ບົວເງິນ ຫົງໄຂຄຳ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີບັນດາຄະນະພັກ-ຄະນະບັນຊາ, ກົມກໍ່ສ້າງຮາກຖານ, ຫ້ອງການ ປກຊ-ປກສ, ພ້ອມດ້ວຍຄະນະຮັບຜິດ ຊອບວຽກງານກໍ່ສ້າງຮາກຖານ ແລະ ອຳນາດການປົກຄອງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານທ່ານາແລ້ງ ເຂົ້າຮ່ວມ.

ທ່ານ ຄຳພັນ ພິມມະສອນ ນາຍ ບ້ານ-ບ້ານທ່ານາແລ້ງ ກ່າວວ່າ: ບ້ານທ່ານາແລ້ງ ແບ່ງອອກເປັນ 35 ໜ່ວຍ ປະກອບມີ 389 ຫຼັງຄາເຮືອນ, ມີ 353 ຄອບຄົວ, ມີພົນລະເມືອງທັງໝົດ 1.892 ຄົນ ຍິງ 957 ຄົນ, ໃນໄລຍະ ການຈັດຕັ້ງປະຕິບັດ ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານຢູ່ກອງບັນ ຊາການທະຫານເມືອງຫາດຊາຍຟອງ ໄດ້ສົມທົບແໜ້ນກັບອຳນາດການປົກຄອງບ້ານເປັນຜູ້ນຳເອົາມະຕິ, ຄຳສັ່ງຕ່າງໆຂອງພັກ-ລັດ ລົງຈັດຕັ້ງເຜີຍ ແຜ່ໃຫ້ພໍ່-ແມ່ປະຊາຊົນເຊື່ອມຊຶມ ຈຳນວນ 15 ຄັ້ງ, ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ 5380 ເທື່ອ ຄົນ ຍິງ 2785 ເທື່ອຄົນ, ຜ່ານການເຊື່ອມຊຶມເອກກະສານດັ່ງກ່າວ ເຫັນວ່າພໍ່-ແມ່ປະຊາຊົນມີຄວາມສະດຸ້ງໄວໃນ ການຕື່ນຕົວປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທຸກດ້ານຢ່າງຕັ້ງໜ້າ, ພ້ອມກັນເປັນເຈົ້າການເຮັດໜ້າທີ່ຕິດຕາມສະພາບຂອງກຸ່ມຄົນບໍ່ຫວັງດີພາຍໃນບ້ານ ແລະ ຂອບເຂດຮັບຜິດຊອບ ຢ່າງເຄັ່ງຄັດ ເພື່ອຕ້ານ ແລະ ສະກັດກັ້ນການກໍ່ຄວາມບໍ່ສະຫງົບຂອງກຸ່ມຄົນດັ່ງກ່າວນັ້ນໃຫ້ທັນເວລາ.

ຜ່ານການລົງເກັບກຳຂໍ້ມູນພາຍໃນບ້ານເຫັນວ່າ ສາມາດຕີລາຄາໝາກຜົນໄດ້ຄື: ຈຳນວນຄອບຄົວປະເພດແຂງມີ 333 ຄອບຄົວ ເທົ່າກັບ 94.33%, ປະ ເພດກາງມີ 12 ຄອບຄົວ ເທົ່າກັບ 3.39% ແລະ ອ່ອນມີ 8 ຄອບຄົວເທົ່າກັບ 2.26 % ແລະ ຄອບຄົວທີ່ໄດ້ຮັບໃບຢັ້ງຢືນເປັນຄອບຄົວປ້ອງກັນຊາດເຂັ້ມແຂງແມ່ນມີ 345 ຄອບຄົວ, ຈາກຜົນໄດ້ຮັບການຈັດຕັ້ງປະເມີນຜົນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢູ່ພາຍໃນບ້ານ ສາມາດຢັ້ງຢືນຮັບຮອງເອົາບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນບ້ານປ້ອງກັນຊາດເຂັ້ມແຂງໄດ້ຕາມ 6 ມາດຖານ ທີ່ກະຊວງປ້ອງກັນປະເທດວາງອອກ 100%.