ວັນທີ 22 ມີນາ 2018 ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018 ) ແລະ ວັນຄຽດແຄ້ນ ແລະ ເສຍສະຫຼະແຫ່ງຊາດ ຄົບຮອບ 72 ປີ (21 ມີນາ 1946-21 ມີນາ 2018) ເພື່ອເປັນການເສີມຂະຫຍາຍມູນເຊື້ອວັນດັ່ງກ່າວ ໃຫ້ພະນັກງານລຸ້ນໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈ; ປາຖະກະຖາໂດຍ ທ່ານ ຄໍຳພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ມີບັນດາກົມ, ຄະນະສານ, ສານປະຊາຊົນນະຄອນຫຼວງເຂົ້າຮ່ວມ.

ທ່ານປະທານສານປະຊາຊົນສູງສຸດ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຂອງວັນສ້າງຕັ້ງພັກ ວ່າ: ວັນທີ 22 ມີນາ 1955 ພັກປະຊາຊົນລາວ ( ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ) ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງການກໍາເນີດຂຶ້ນຂອງພັກແມ່ນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດອັນສໍາຄັນໃນວິວັດທະນາການຂອງ ຊາດລາວເຊິ່ງນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາຊົນລາວໄດ້ກຳນົດອຸດົມການຂອງຕົນຢ່າງຈະແຈ້ງ ຄື: ນຳພາປວງຊົນລາວດຳເນີນການຕໍ່ສູ້ ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນຳເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍ, ພັກເຮົາໄດ້ເສີມອຸດົມການໃຫ້ມີຄວາມສອດຄ່ອງຕື່ມອີກຄື: ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕຍຸຕິທຳ ແລະ ສີວິໄລມາເຖິງປັດຈຸບັນນີ້.

ສໍາລັບວັນທີ 21 ມີນາ 1946 ເປັນວັນຄຽດແຄ້ນ ທີ່ທະຫານປີກຕ່າງໆຂອງສັດຕູໄດ້ເຄື່ອນເຂົ້າມາຕົວເມືອງທັງໝົດ ເຊິ່ງເຫັນວ່າບໍ່ສາມາດຮັກສາທ່າແຂກໄວ້ໄດ້ເພາະເຫຼັກຫຼາຍກວ່າຖ່ານເນື່ອງຈາກວ່າທະຫານພວກເຮົາທັງຕ້ານ ແລະ ຖອຍໄປແຄມນໍ້າຂອງພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ, ໄມ້ທ່ອນເພື່ອລອຍຂ້າມແມ່ນໍ້າຂອງໄປແຂວງນະຄອນພະນົມ (ປະເທດໄທ) ເຊິ່ງພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆຍິງໃສ່ປະຊາຊົນ, ທະຫານ, ພະນັກງານ-ນັກຮົບພວກເຮົາຖືກບາດເຈັບ ແລະ ລົ້ມຕາຍຢ່າງຫຼວງຫຼາຍ ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດແມ່ນພວກເຂົາໄດ້ຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ເປົາປ່ານມັດປາກແລ້ວຖິ້ມລົງແມ່ນໍ້າຂອງ ແລະ ໃສ່ຄົກຕໍາຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນໍ້າຂອງເຮັດໃຫ້ນໍ້າຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ ເຊິ່ງເຮັດໃຫ້ປະຊາຊົນ, ແມ່ຍິງ ແລະ ເດັກນ້ອຍ ຈໍານວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທໍາລາຍເປັນຈໍານວນຫຼວງຫຼາຍຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖືອນດັ່ງກ່າວນັ້ນ ວັນທີ 21 ມີນາ ຈຶ່ງໄດ້ກາຍເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ.