ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ປະຈຳດ່ານສາກົນປາກຊັນ ແຂວງບໍລິຄຳໄຊ ໄດ້ມອບຜູ້ຖືກຫາທີ່ເປັນພົນລະເມືອງໄທ 1 ຄົນ ທີ່ເຂົ້າເມືອງຜິດກົດໝາຍໃຫ້ເຈົ້າໜ້າທີ່ໄທ ນໍາ ກັບຄືນປະເທດ, ໃນວັນທີ 21 ມີນາ 2018.
ຕາງໜ້າມອບໂດຍ ຮອ ສຸກສາຄອນ ພົງວິຈິດ ຮອງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກ ເມືອງປາກຊັນ, ກ່າວຮັບໂດຍ ຮອ ສູນທອນ ບົວສອນ ຮອງຫົວໜ້າຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານ ສາກົນບຶງການ ໂດຍມີເຈົ້າໜ້າທີ່ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ຮອ ສຸກສາຄອນ ພົງວິຈິດ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ພົງເທບ ອາຍຸ 21 ປີ ອາຊີບກຳມະກອນ ເຊື້ອຊາດ ແລະ ສັນ ຊາດໄທ ຢູ່ບ້ານນາຈະເລີນ ເມືອງບຶງການ ແຂວງບຶງການ ປະເທດໄທ, ຖືກເຈົ້າໜ້າທີ່ລາວກັກຕົວໃນວັນທີ 21 ມີນາ 2017 ໃນຂະນະທີ່ຜູ້ກ່ຽວກໍາລັງລັກລອບເຂົ້າເມືອງແບບຜິດກົດໝາຍຢູ່ດ່ານສາກົນເມືອງປາກຊັນ, ພາຍຫຼັງມີ ການສືບສວນ-ສອບສວນຜູ້ກ່ຽວຢ່າງຈະແຈ້ງແລ້ວ ຈຶ່ງມອບໃຫ້ເຈົ້າໜ້າທີ່ຝ່າຍໄທ ນຳໄປສຶກສາອົບຮົມ ແລະ ບໍ່ໃຫ້ຜູ້ກ່ຽວກະທຳຜິດຊ້ຳອີກ.