ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2565 ທີ່ໄດ້ໝູນວຽນມາຮອດ ເຊິ່ງເປັນອີກໜຶ່ງງານບຸນປະເພນີທີ່ມີຄວາມໝາຍ-ຄວາມສຳຄັນຂອງປວງຊົນລາວທັງຊາດ ຖືເປັນປະເພນີອັນສວຍສົດງົດງາມ ນອນຢູ່ໃນຮີດ 12 ຄອງ 14 ຂອງປະເພນີລາວ ທີ່ໄດ້ປະຕິບັດສືບທອດກັນມາຈົນເຖິງທຸກວັນນີ້. ໃນປີນີ້, ການອະນຸລັກສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວ ແມ່ນການສະຫຼອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ, ປະຢັດ, ປອດໄພ, ເປັນລະບຽບຮຽບຮ້ອຍ, ຈົບງາມ, ຖືກຕາມຮີດຄອງປະເພນີຂອງລາວ ແລະ ຫ່າງໄກຈາກພະຍາດໂຄວິດ-19.

ບຸນປີໃໝ່ລາວ ຖືໄດ້ວ່າເປັນບຸນທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງຕໍ່ສັງຄົມລາວ ກໍຄື ປະເທດຊາດ,​ ສາສະໜາ, ສະຖາບັນຄອບຄົວ ແລະ ວັດທະນະທໍາລາວ ເພາະມີຈຸດປະສົງທີ່ສໍາຄັນຫຼາຍຢ່າງເຊັ່ນ ເພື່ອເປັນການສືບສານປະເພນີອັນດີງາມຂອງຊາດໃຫ້ໝັ້ນຄົງຍືນຍົງສືບຕໍ່ໄປ,​ ເປັນໂອກາດທີ່ຜູ້ຄົນໄດ້ສະແດງຄວາມກະຕັນຍູກະຕະເວທີຕໍ່ຜູ້ມີບຸນຄຸນຂອງຕົນ ແລະ ປະເທດຊາດບ້ານເມືອງ ເຊິ່ງສະແດງອອກດ້ວຍການສົມມາຄາລະວະຜູ້ອາວຸໂສ ແລະ ສິ່ງສັກສິດ ລວມເຖິງບັນພະບູລຸດຂອງຕົນອີກດ້ວຍ. ນອກຈາກນັ້ນ, ຍັງເປັນໂອກາດສ້າງບຸນກຸສົນຕາມແນວທາງພະພຸດທະສາສະໜາ ແລະ ວັດທະນະທໍາລາວ ເພື່ອໃຫ້ເປັນສິລິມຸງຄຸນແກ່ປະຊາຊົນ ແລະ ບ້ານເມືອງ ເຊັ່ນ: ຖວາຍທານ, ຕັກບາດຢາດນໍ້າ,​ ປ່ອຍນົກ, ຕົບທາດຊາຍ ແລະ ບັງສະກຸນຫາດວງວິນຍານບັນພະບູລຸດ ເພື່ອໃຫ້ຊີວິດຕົນເອງ, ຊີວິດຄອບຄົວ ແລະ ການງານທຸກຢ່າງຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

ສຳລັບການສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2565 ໃນປີນີ້ ແມ່ນກົງກັບວັນທີ 14-15-16 ເມສາ ຕາມປະເພນີໃນວັນທີ 14 ເມສາ ກົງກັບວັນພະຫັດ ຂຶ້ນ 13 ຄໍ່າ ເດືອນ 5 ເປັນວັນສັງຂານລ່ວງ, ວັນທີ 15 ເມສາ ກົງກັບວັນສຸກ ຂຶ້ນ 14 ຄໍ່າ ເດືອນ 5 ເປັນວັນເນົາ ແລະ ວັນທີ 16 ເມສາ ກົງກັບວັນເສົາ ຂຶ້ນ 15 ຄໍ່າ ເດືອນ 5 ເປັນວັນສັງຂານຂຶ້ນປີໃໝ່ລາວ, ສຳລັບນາງສັງຂານປີນີ້ ແມ່ນພະທິດາອົງ 5 ຂອງພຣະຍາກະບິນລະພົມ ມີນາມວ່າ “ກີຣີນີເທວີ” ຊົງພະຫຸຮັດທັດດອກມົນທາ, ອາພອນປະດັບໄປດ້ວຍແກ້ວມໍລະກົດ (ແກ້ວສີຂຽວ), ສະເຫວີຍຖົ່ວ ແລະ ງາເປັນອາຫານ, ພະຫັດມືຂວາ ( ມືຂວາ) ຖືຂໍຊ້າງ, ພະຫັດຊ້າຍ (ມືຊ້າຍ) ຖືປືນ, ຂີ່ຊ້າງເປັນພາຫະນະ.

ຕາມຄຳທຳນາຍ ວ່າ: ພະອາທິດເປັນອະທິບໍດີ ປີນີ້ນາກຫຼິ້ນນຳ 4 ໂຕ, ບັນດານໃຫ້ຝົນຕົກ 400 ຫ່າ, ຕົກໃນຈັກກະວານ 160 ຫ່າ, ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາສະໝຸດ 80 ຫ່າ, ຕົກໃນມະນຸດໂລກ 40 ຫ່າ, ນໍ້າຈະໜ້ອຍຝົນຕົກປີນີ້ຈະພໍດີ, ກາງປີຈະຕົກໜ້ອຍ, ນາລຸ່ມຈະດີ ແຕ່ນາດອນຈະບໍ່ດີ, ຈະມີລົມພັດແຮງທີ່ສຸດຈາກທັງ 4 ທິດ ຕາມລະດູການ, ເຂົ້າໄຮ່ນາ ຈະໄດ້ແຕ່ 1 ສ່ວນ ເສຍໄປ 4 ສ່ວນ, ນິຍາຫານມີພໍຄວນ, ປະຊາຊົນພົນລະເມືອງ ຈະມີສຸກແດ່ທຸກແດ່ປະປົນກັນໄປ.

ສຳລັບການສະເຫຼີມສະຫຼອງປີໃໝ່ລາວ ໃນປີນີ້ ຢູ່ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກຄໍາສັ່ງແນະນໍາແຈ້ງການ ເພື່ອໃຫ້ທຸກຄົນໃນສັງຄົມມີສະຕິໃນການປະຕິບັດມາດຕະການປ້ອງກັນໂຕເອງຢ່າງເຂັ້ມງວດ ເພື່ອບໍ່ໃຫ້ພະຍາດໂຄວິດ-19 ແຜ່ລາມອອກເປັນວົງກວ້າງ; ການຈັດງານຕ້ອງບົນຈິດໃຈປະຢັດມັດທະຍັດທີ່ສຸດ ແລະ ບໍ່ໃຫ້ສຳນັກງານອົງການຂັ້ນສູນກາງ ແລະ ທ້ອງຖິ່ນຈັດງານລ້ຽງສະຫຼອງປີໃໝ່ ແລະ ອວຍພອນກັນຢ່າງເດັດຂາດ. ພ້ອມນັ້ນ, ເພື່ອເປັນການສະກັດກັ້ນອຸບັດເຫດຈະລາຈອນທາງບົກ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2565 ໃຫ້ມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການສັນຈອນ ເຮັດໃຫ້ການຫຼິ້ນບຸນປີໃໝ່ລາວມີຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີຂອງຊາດລາວເຮົາ.