ບຸນກຸດສົງການ ຫຼື ບຸນປີໃໝ່ລາວ ພສ 2564 ເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ ສະເພາະປີນີ້ຈະບໍ່ມີການສະເຫຼີມສະຫຼອງໃຫຍ່ຄືກັບຫຼາຍປີທີ່ຜ່ານມາ ຍ້ອນການແພ່ລະບາດຂອງພະຍາດໂຄວິດ-19, ໂດຍລັດຖະບານ ກໍຄືຫ້ອງວ່າການສຳນັກງານນາຍົກ ກໍໄດ້ອອກແຈ້ງການກ່ຽວກັບການສະ ເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ໂດຍໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດຕາມຮີດຄອງປະເພນີຂອງລາວ ແລະ ຮັກສາໄດ້ມູນເຊື້ອວັດທະນະ ທຳ, ປະເພນີອັນດີງາມຂອງຊາດ ເສີມສ້າງຄວາມສາມັກຄີໄມຕີຕິດມິດຕະພາບເທົ່ານັ້ນ; ແຕ່ຢ່າງໃດກໍຕາມ, ຄືດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ສັງຄົມລາວບໍ່ວ່າຈະເປັນງານໃດໆ ກໍມີການພົບປະສ້າງສັນການດື່ມສິ່ງມຶນເມົາ ແຕ່ທຸກຄົນຈົ່ງຫຼິ້ນກິນຢ່າງມີສະຕິ, ຫຼິ້ນໃຫ້ມີຄວາມພໍເໜາະພໍດີ ແລະ ຮັບປະກັນຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ຫຼາຍປີຜ່ານມາ, ການສະເຫຼີມສະຫຼອງສົ່ງ ທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວຂອງປວງຊົນລາວ ໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນຢູ່ນະຄອນຫຼວງວຽງຈັນ ຍັງມີຫຼາຍດ້ານທີ່ຍັງບໍ່ທັນສອດຄອງກັບກັບລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງລາວ ອັນດັບຕົ້ນໆ ກໍຄືດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຫຼິ້ນສິ່ງເປີ້ເປື້ອນ ແລະ ລາມົກອະນາຈານເຊັ່ນ: ນໍ້າສີ, ນໍ້າເປື້ອນ ນໍ້າຄັນແກວ່ງຖົງນໍ້າ-ແກວ່ງນໍ້າກ້ອນໃສ່ກັນ, ນຸ່ງເຄື່ອງໂປ້ເປືອຍເຂົ້າວັດ ແລະ ສະຖານທີ່ຊຸມຊົນ, ບາງຈຸດຕັນທາງການສັນຈອນຕາມເສັ້ນທາງແລ້ວ ລັດລົດຫົດນໍ້າຢູ່ກາງທາງ, ເປີດສຽງດົນຕີເນືອງນັນລົບກວນຜູ້ອື່ນ ແລະ ກາຍກຳນົດເວລາ; ນອກນີ້, ຍັງມີບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ເຊິ່ງພວກຄົນບໍ່ດີມັກສວຍໂອກາດໄລຍະນີ້ ເປັນຕົ້ນແມ່ນປຸ້ນຈີ້ຊິງຊັບ, ລັກຊັບ, ລວມໄປເຖິງບັນຫາຄາດ ຕະກໍາ ເຊິ່ງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍໃນສັງຄົມ; ດັ່ງນັ້ນ ໃນປີ ໃໝ່ລາວ ພສ 2565 ທີ່ຈະມາເຖິງນີ້ ແຂວງ ໃນຂອບເຂດທົ່ວປະເທດ ກໍຄື ນະຄອນຫຼວງວຽງຈັນ ກໍໄດ້ວາງຄໍາສັ່ງ ເພື່ອໃຫ້ຈັດຕັ້ງປະຕິບັດ.

ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງວ່າ: ທ່າມກາງສະພາບທີ່ເຊື້ອພະຍາດໂຄວິດ 19 ຍັງສືບຕໍ່ແພ່ລະບາດໃນນະຄອນ ຫຼວງວຽງຈັນ. ສະນັ້ນ, ເພື່ອເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ລາວປີນີ້ມີບັນຍາກາດ ສະຫງົບອົບອຸ່ນ, ຖືກຕ້ອງຕາມຮີດຄອງ, ທີ່ ເຕັມໄປດ້ວຍຄວາມສະມັກຄີ, ໄມຕີມິດຕະພາບ, ຮັກສາໄດ້ວັດທະນາທໍາ, ຮີດຄອງປະເພນີ, ຂະນົບທໍານຽມອັນດີງາມ ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງ 6 ຂໍ້ຫ້າມຄື:

  1. ຫ້າມອົງການຈັດຕັ້ງຂອງລັດ, ເອກະຊົນ ແລະ ສັງຄົມ ຢູ່ໃນນະຄອນຫຼວງວຽງຈັນ ຈັດງານລ້ຽງ-ງານອວຍພອນ ເພື່ອປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອໂຄວິດ ໃຫ້ມີຄວາມເຂັ້ມງວດ ທັງເປັນການປະຢັດມັດທະຍັດ.
  2. ຫ້າມຈັດຄອນເສີດ, ເປີດເຄື່ອງຂະຫຍາຍສຽງ ຫຼື ເສບດົນຕີ ແລະ ສະແດງສີລະປະກາງແຈ້ງ ຢູ່ຕາມສະຖານທີ່ຕ່າງໆ ເຊັ່ນ: ບໍລິເວນວັດ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ສວນນໍ້າ ແລະ ອື່ນໆ.
  3. ຫ້າມຫົດສາດນໍ້າສີ-ນໍ້າເປື້ອນ, ນໍ້າມັນ ແລະ ນໍາໃຊ້ພາຫະນະເລາະສາດນໍ້າໃສ່ກັນຕາມຖະໜົນ, ຮ່າຍນໍ້າໃສ່ຖົງຢາງ ຫຼື ພາສະນະອື່ນໆ ເພື່ອດຶກໃສ່ກັນ.
  4. ຫ້າມນຸ່ງເຄື່ອງໂປ້ເປືອຍ ແລະ ປະພຶດລາມົກອະນາຈານຢູ່ຕາມວັດອາຮາມ, ສະຖານທີ່ສັກ ກະລະບູຊາ ແລະ ສະຖານທີ່ຕ່າງໆ.
  5. ຫ້າມຜູ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບລົດ, ຜູ້ຂັບລົດບໍ່ໃຫ້ດື່ມເຄື່ອງ ດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາ.
  6. ຫ້າມຈູດກະໂພກ, ກໍ່ສຽງແຕກ ແລະ ເປີດສຽງດົນຕີເນືອງນັນລົບກວນຜູ້ອື່ນ. ຢ່າງໃດກໍຕາມ, ການສະເຫຼີມສະຫຼອງບຸນປີ ໃໝ່ລາວລາວນີ້ ເຈົ້າໜ້າທີ່ໄດ້ຝາກເຕືອນສະຕິມາ ຍັງພໍ່-ແມ່ປະຊາຊົນໃຫ້ມີຄວາມລະມັດລະວັງ ເປັນຢ່າງສູງເປັນຕົ້ນການຈະເດີນທາງໄປທ່ຽວກໍ ຕ້ອງມ້ຽນມັດຊັບສິນໄວ້ໃຫ້ດີ ຕ້ອງມີຜູ້ເຝົ້າເຮືອນ ເພື່ອປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີລັກຊັບ ຕະຫຼອດຮອດການນໍາໃຊ້ຟືນໄຟ ເຂົ້າໃນການດໍາລົງຊີວິດ ເພື່ອປ້ອງກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ. ນອກນີ້, ກໍພ້ອມກັນປະຕິບັດກົດລະບຽບ ແລະ ຂໍ້ຫ້າມທາງເຈົ້າໜ້າທີ່ວາງອອກຢ່າງເຂັ້ມງວດ.