ບຸນກຸດສົງການ ຫຼື ບຸນປີໃໝ່ລາວ ພສ 2565 ນີ້ ເຊື່ອວ່າ ປະຊາຊົນລາວ ຫຼາຍພື້ນທີ່ໃນຂອບເຂດທົ່ວປະເທດ ຈະພາກັນສະຫຼອງວັນດັ່ງກ່າວດ້ວຍຫຼາຍກິດຈະກຳ ເຖິງແມ່ນວ່າຢູ່ໃນຊ່ວງພະຍາດໂຄວິດ-19 ລະບາດຮອບໃໝ່ກໍຕາມ ແລະ ທີ່ຂາດບໍ່ໄດ້ນັ້ນ ກໍຄືການສັງສັນດື່ມສິ່ງມືນເມົາ ແລ້ວຂັບຂີ່ລົດ, ເຊິ່ງເປັນສາເຫດຕົ້ນຕໍພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ; ໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 338 ຄັ້ງ, ພາຫະນະເປເພ 610 ຄັນ, ຄົນໄດ້ຮັບບາດເຈັບ 571 ຄົນ ແລະ ເສຍຊີວິດ 44 ຄົນ ຍິງ 5 ຄົນ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວຕໍ່ສື່ມວນຊົນວ່າ: ເພື່ອເປັນການປ້ອງກັນອຸບັດຕິເຫດ ທີ່ຈະເກີດໃນຊ່ວງໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2565  ທີ່ຈະໝູນວຽນມາເຖິງນີ້ ຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ຈົ່ງສະຫຼອງປີໃໝ່ລາວຢ່າງມີສະຕິ, ພ້ອມກັນປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ດື່ມແລ້ວບໍ່ຂັບຂີ່, ບໍ່ຂັບຂີ່ລົດໄວເກີນກຳນົດ, ໃຫ້ກຽດເຊິ່ງກັນແລະກັນໃນເວລາຂັບຂີ່ ເພື່ອປ້ອງກັນບໍ່ໃຫ້ຕົວທ່ານເອງເກີດອຸບັດຕິເຫດ ຫຼື ເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນ; ຖ້າເປັນໄປໄດຂ້າພະເຈົ້າຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ທຸກຊັ້ນຄົນ ຈົ່ງເຂັ້ມງວດປະຕິບັດຕາມຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ບໍ່ຄວນຕັ້ງວົງຊຸມແຊວຫຼາຍເກີນໄປ ເພື່ອພ້ອມກັນປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄດວິດ-19; ຖ້າວ່າບັນດາທ່ານຫາກປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ດື່ມສິ່ງມືນເມົາແລ້ວບໍ່ຂັບຂີ່ລົດ, ບໍ່ຂັບຂີ່ລົດດ້ວຍຄວາມໄວ ແລະ ໃສ່ໃຈປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເຊື່ອວ່າບັນຫາການເກີດອຸບັດຕິເຫດຂອງຍານພາຫະນະ ແລະ ການເສຍຊີວິດຂອງຜູ້ຂັບຂີ່, ໃຊ້ລົດ-ໃຊ້ຖະໜົນ ຈາກອຸບັດຕິເຫດ ກໍຈະບໍ່ເກີດຂຶ້ນເຖິງເກີດສະຕິຕົວເລກທີ່ຈະເສຍຊີວິດກໍຈະບໍ່ສູງ.

ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນອຸບັດຕິເຫດ ແລະ ອຳນວຍຄວາມສະດວກການສັນຈອນໃນໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2565 ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການສັນຈອນ, ມີຄວາມເບີກບານມ່ວນຊື່ນ ແລະ ຫຼີກລ່ຽງໄດ້ການເກີດອຸບປະຕິເຫດ ແລະ ຫຼຸດຜ່ອນຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນໃຫ້ຫຼຸດລົງ; ກົມຕຳຫຼວດຈະລາຈອນຈຶ່ງມອບໃຫ້ພະແນກຕໍາຫຼວດຈະລາຈອນ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ສ້າງແຜນ ການປ້ອງກັນ ແລະ ແຜນບັນຈຸກຳລັງເຂົ້າເຮັດໜ້າທີ່ໃນໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ໃນຂອບເຂດພື້ນ ທີ່ແຂວງຂອງຕົນຮັບຜິດຊອບ; ຈັດຕັ້ງກໍາລັງຕໍາຫຼວດຈະລາຈອນລົງເຄື່ອນໄຫວເຮັດ ວຽກງານໂຄສະນາເຜີຍແຜ່ກົດຈະລາຈອນຢ່າງກ້ວາງຂວາງ, ທົ່ວເຖິງ, ເຮັດຫຼາຍຮູບ, ຫຼາຍສີ, ຫຼາຍວິທີການເຊັ່ນ: ລົງເຄື່ອນໄຫວໂຄສະນາຕາມເສັ້ນທາງ,ສຳນັກງານ, ອົງການ, ບໍລິສັດ, ຫ້າງຮ້ານ, ສະຖານີລົດບັນທຸກ ຂົນສົ່ງສິນຄ້າໂດຍສານ, ສະຖານທີ່ຊຸມຊົນ, ໂຮງຮຽນ, ຕະຫຼອດຮອດບັນດາກຸ່ມບ້ານ ໂດຍນຳໃຊ້ໂທລະໂຄງປະຈຳໝູ່ບ້ານ, ໂຄສະນາຜ່ານສື່ມວນຊົນ ທາງວິທະຍຸ, ໂທລະພາບ, ໜັງສືພິມ, ຕິດແຜ່ນປ້າຍໂຄສະນາລົນນະລົງຕາມເສັ້ນທາງ, ພ້ອມທັງປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ໃຫ້ມີສ່ວນຮ່ວມ ແລະ ສະໜັບສະໜູນແຫຼ່ງທຶນເຂົ້າໃນວຽກງານສ້າງກິດຈະກຳຂັບຂີ່ ປອດໄພ ແລະອື່ນໆ;

ນອກນີ້, ຕ້ອງຈັດຕັ້ງກຳລັງຕຳຫຼວດຈະລາຈອນ ລົງເຮັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍ, ອໍານວຍຄວາມ ສະດວກຕາມເສັ້ນທາງ, ສະຖານທີ່ຊຸມຊົນ, ແຫຼ່ງທ່ອງທ່ຽວ ( ຖ້າມີ ) ບັນດາເສັ້ນທາງທີ່ມີຄວາມສ່ຽງການເກີດອຸບປະຕິເຫດ ແລະ ບ່ອນອື່ນໆ ໃຫ້ມີຄວາມສະຫງົບ, ປອດໄພໃນການສັນຈອນ; ເພີ່ມທະວີການປ້ອງກັນ, ສະກັດກັ້ນຄວາມໄວ, ກວດກາທາດເຫຼົ້າ ຂອງຜູ້ຂັບຂີ່ຕາມເສັ້ນທາງຫຼວງ ເພື່ອແນໃສ່ ເຮັດວຽກງານປ້ອງກັນ, ສະກັດກັ້ນ ການລະເມີດກົດຈະລາຈອນ ທີ່ຈະພາໃຫ້ເກີດອຸບປະຕິເຫດ ໃນໄລຍະສົງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2565 ໃຫ້ຫຼຸດລົງ; ຈັດຕັ້ງກຳລັງຕໍາຫຼວດຈະລາຈອນເຂົ້າປະຈໍາຈຸດ, ປະຈຳປອມ, ໃນເທດສະບານຕົວເມືອງ, ໂດຍສະເພາະພ້ອມ ຖາວອນ 24 ຊົ່ວໂມງ, ພ້ອມຊົ່ວຄາວ 16 ຊົ່ວໂມງ, ເພື່ອເຮັດໜ້າທີ່ລະບາຍການສັນຈອນ ແລະ ອຳນວຍຄວາມສະດວກໃຫ້ແກ່ການສັນຈອນຕາມເສັ້ນທາງສາມແຍກ, ສີແຍກ, ແກ້ໄຂການຈະລາຈອນແອອັດໃຫ້ມີຄວາມວ່ອງໄວ ແລະ ຈັດຕັ້ງກຳລັງເຂົ້າປະຈຳການຄ່ອຍເຫດສຸກເສີນ ຕະຫຼອດ 24 ຊົ່ວໂມງ, ຮັບແຈ້ງເຫດສຸກເສີນ, ວ່ອງໄວລົງສະຖານທີ່ເກີດເຫດ ເພື່ອແກ້ໄຂສະພາບການສັນຈອນແອອັດ ແລະ ຊ່ວຍເຫຼືອຜູ້ບາດເຈັບໃຫ້ທັນເວລາ.

ທ່ານ ຫົວໜ້າກົມຕໍາຫຼວດຈະລາຈອນ ຍັງຂໍຮຽກຮ້ອງເຖີງ ພໍ່ແມ່ປະຊາຊົນ, ພົນລະເມືອງ, ຜູ້ປົກຄອງ, ອໍານາດການປົກຄອງບ້ານ, ພະນັກງານ, ທະຫານ, ຕຳຫຼວດ ເປັນເຈົ້າການໃນການສືກສາອົບຮົມ, ແນະນຳລູກຫຼານ ແລະ ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບໃຫ້ເປັນເຈົ້າການປ້ອງກັນຕົນເອງ ເພື່ອປະສາຈາກການເກີດອຸບັດຕິເຫດ ແລະ ຫວັງຢ່າງຍິ່ງວ່າບັນດາທ່ານຜູ້ ໃຊ້ລົດ-ໃຊ້ຖະໜົນ ທີ່ເຄື່ອນໄຫວໄປ-ມາ ໃນໄລຍະສະຫຼອງບຸນປີໃໝ່ລາວ ພສ 2565 ນີ້ ຈະໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການໃນການຍົກສູງສະຕິປະຕິບັດກົດຈະລາຈອນ ຢ່າງເຂັ້ມງວດ.