ໃນວັນທີ 20 ເມສາ 2022, ບໍລິສັດ ແກ້ວໂອໂຕກຣຸບ ຈຳກັດຜູ້ດຽວ ໄດ້ມອບເງິນຈຳນວນ 300 ລ້ານກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ ປະກອບສ່ວນຊຸກຍູ້ເຂົ້າໃນຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022), ກ່າວມອບໂດຍ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈຳ ກັດຜູ້ດຽວ, ຕາງໜ້າຮັບໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ທິບພະເນດ ແກ້ວມະນີວົງ ກ່າວວ່າ: ການປະກອບສ່ວນຊຸກຍູ້ຄັ້ງນີ້ ແມ່ນເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ທັງເປັນການເສີມຂະຫຍາຍມູນເຊື້ອວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 61 ປີຜ່ານມາ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງສູງ ຕໍ່ບໍລິສັດ ແກ້ວໂອໂຕ ກຣຸບ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ແລະ ວັນສຳຄັນດັ່ງກ່າວ, ເຊິ່ງການປະກອບສ່ວນໃນຈຳນວນເງິນດັ່ງກ່າວ ຈະເຮັດໃຫ້ເຮັດກຳລັງ ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ມອບໝາຍ. ພ້ອມດຽວກັນນັ້ນ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມອບໃບຊົມເຊີຍໃຫ້ບໍລິສັດແກ້ວໂອໂຕກຼຸບ ຈຳກັດຜູ້ດຽວ ນຳອີກ.