ກອງບັນຊາການທະຫານແຂວງຜົ້ງສາລີ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ ( 5 ເມສາ 1961-5 ເມສາ 2022 ) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປກສ ແຂວງຜົ້ງສາລີ ຄົບຮອບ 59 ປີ ( 11 ພຶດສະພາ 1963-11 ພຶດສະພາ 2022 ) ໃນວັນທີ 7 ເມສາຜ່ານມານີ້, ປາຖະກະຖາໂດຍ ພັອ ສົມຈັນ ລອດສຸລີ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ ແລະ ພັອ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ ໂດຍມີຄະນະພັກ-ຄະນະກອງບັນຊາການ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການເຂົ້າ ຮ່ວມ.

ໃນພິທີ, ພັອ ສົມຈັນ ລອດສຸລີ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບຕະຫຼອດໄລຍະ 61 ປີຜ່ານມາ, ໂດຍຍົກໃຫ້ເຫັນທາດແທ້ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ກໍາລັງປ້ອງກັນຄວາມສະຫງົບ ແມ່ນກໍາລັງປະກອບອາວຸດອັນແຫຼມຄົມ ໂດຍພັກປະຊາຊົນ ປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກໍາລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເວລາໃດກໍມີມູນເຊື້ອຕໍ່ສູ້ຢ່າງອົງອາດກ້າຫານ, ມີນໍ້າໃຈເສຍສະລະເດັດດ່ຽວບໍ່ຍອມຈໍານົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ຕະຫຼອດໄລຍະ 61 ປີ ແຫ່ງ ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກບໍາບາກທີ່ສຸດນັ້ນ ແຕ່ກໍ່ປຽບລົ້ນໄປດ້ວຍຜົນງານອັນສູງສົ່ງ, ວິລະກໍາອັນພິລະອາດຫານ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກເຮົາ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ສາມັກຄີເປັນຈິດ ໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການ ເມືອງ, ທັງປະສານກົມກຽວ ແລະ ຕໍ່ສູ້ ຢ່າງມີໄຊ ຕິດພັນກັບການອອກແຮງປັບ ປຸງ, ກໍ່ສ້າງກໍາລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆ.

ຈາກນັ້ນ, ພັອ ຄໍາຈັນ ແສງລາວົງ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ຄົບຮອບ 59 ປີ, ເຊິ່ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງຜົ້ງສາລີ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 11 ພຶດ ສະພາ 1963 ແມ່ນກໍາລັງປະກອບອາວຸດທີ່ເກີດຈາກກອງບັນຊາການທະຫານແຂວງ ແລະ ປະຊາຊົນບັນດາເຜົ່າ, ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ ແລະ ຄວາມປອດໄພໃຫ້ແກ່ອໍານາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຜົ້ງສາລີ ຕາມຈຸດໝາຍຂອງ ແຂວງທີ່ໄດ້ວາງອອກໃນແຕ່ລະໄລຍະຈົນເຖິງປັດຈຸບັນ.

ການປາຖະກະຖາ 2 ວັນດັ່ງກ່າວ, ເພື່ອເປັນການໂຄສະນາເຜີຍແຜ່ມູນເຊື້ອ ແລະ ປູກຈິດສຳນຶກໃຫ້ສະມະຊິກພັກ ແລະ ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ເຊື່ອມຊຶມມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ, ພ້ອມທັງກຳແໜ້ນ ແລະ ເສີມຂະ ຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ.